

ໃນຕອນເຊົ້າຂອງວັນທີ29ມິຖຸນາ2026ນີ້ ທີຫໍປະຊຸມຄະນະຕາແສງສຸວັນນະພູມ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາທີ່ສໍາຄັນ ໃຫ້ແກ່ຄະນະໜ່ວຍພັກ ທີ່ຂຶ້ນກັບ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອິນປອນ ສີຫຼຽນທອງສຸກ ກໍາມະການພັກເມືອງປະທານຄະນະກໍາມະການປົກຄອງຕາແສງສຸວັນນະພູມ,ເຂົ້າຮວ່ມມີຄະນະພັກຮາກຖານ,ຄະນະໜວ່ຍພັກ,ສະມາຊິກພັກ ຂະແໜງການຂອງບ້ານທີ່ຂື້ນກັບເຂົ້າຮວ່ມ.
ນິຕິກໍາທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ:ຄໍາແນະນໍາກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ,ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ
ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ,ຜ່ານມະຕິຕົກລົງ ຂອງປະທານຄະນະກໍາມະການປົກຄອງຕາແສງ ສຸວັນນະພູມ ເລກທີ 32/ຄພສ.ຕສພ, 22 ມິຖຸນາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໜ້າທີ່ວຽກງານຄະນະບໍລິຫານງານພັກຕາແສງຮັບຜິດຊອບຊີ້ນໍາບ້ານ,ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງຕາແສງ ສຸວັນນະພູມ ເລກທີ 31/ຄປຕ.ຕສພ, ລົງວັນທີ 22 ມີນາ 2026 ວ່າດ້ວຍແບ່ງໜ້າທີ່ວຽກງານໃຫ້ພະນັກງງານຫ້ອງການຕາແສງສຸວັນນະພູມ,ຜ່ານຕົກລົງ ຂອງປະທານຄະນະກໍາມະການປົກຄອງຕາແສງ ສຸວັນນະພູມ ເລກທີ 30/ຄປຕ.ຕສພ, ລົງວັນທີ 22 ມີນາ 2026 ວ່າດ້ວຍແຕ່ງຕັ້ງຫົວໜ້າໜ່ວຍງານ ແລະ ພະນັກງານຊ່ວຍວຽກຫ້ອງການຕາແສງສຸວັນນະພູມ. ຈຸດປະສົງກໍເພື່ອແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບ ໃຫ້ແກ່ຄະນະໜ່ວຍພັກ ເພື່ອນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າໃນການປັບປຸງກົນໄກການບໍລິຫານ, ຍົກສູງບົດບາດການນໍາພາຂອງພັກ ແລະ ຄຸ້ມຄອງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ຕາມລະບຽບກົດໝາຍ.
ໃນຕອນທ້າຍ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກທຸກຮາກຖານ ທີ່ຂຶ້ນກັບຕາແສງສຸວັນນະພູມ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງນິຕິກໍາເຫຼົ່ານີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ສ້າງຄວາມສາມັກຄີເປັນເອກະພາບ ແລະ ຍົກສູງຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາ ເພື່ອຮັບໃຊ້ປະຊາຊົນ ແລະ ພັດທະນາບ້ານຊ່ອງໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.