ເມືອງແກ່ນທ້າວ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນເຊົ້າວັນທີ 26 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII. ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ປະທານຄະນະກຳມະການປົກຄອງຕາແສງທ້າວແກ່ນ ແລະ ຕາແສງປາກແຄມ, ຜູ້ຕາງໜ້າລັດວິສາຫະກິດ, ດ່ານສາກົນ, ເລຂາໜ່ວຍພັກສໍານັກງານ-ອົງການ, ໂຮງຮຽນ, ຕະຫຼອດຮອດພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ນາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມທັງໝົດ 160 ກວ່າສະຫາຍ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານ ແລະ ນິຕິກຳທີ່ສຳຄັນ ດັ່ງນີ້: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນຈິດໃຈສໍາຄັນ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII, ຄໍາສັ່ງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 192/ຄພຂ, ລົງວັນທີ 12 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.

ກອງປະຊຸມຄັ້ງນີ້, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານໃນທຸກຂົງເຂດ ນັບແຕ່ຂັ້ນເມືອງລົງຮອດຂັ້ນບ້ານ. ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຄະນະພັກໃນການຫັນແນວທາງ, ແຜນນະໂຍບາຍ ແລະ ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍໃຫ້ເປັນຮູບປະທຳໃນຕົວຈິງ. ເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງໃໝ່, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ, ສຶກສາອົບຮົມດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ, ເພື່ອຮ່ວມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa