ເມືອງຫົງສາ, ແຂວງໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ.

ຕອນເຊົ້າວັນທີ 6 ກໍລະກົດ 2026 ນີ້, ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ. ໂດຍການເປັນປະທານຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ທະຫານ-ຕໍາຫລວດ, ປະທານຄະນະກໍາມະການປົກຄອງຕາແສງ, ນາຍບ້ານເທດສະບານເມືອງ ແລະ ພະນັກງານຫລັກແຫຼ່ງຂອງເມືອງເຂົ້າຮ່ວມທັງໝົດ 208 ສະຫາຍ, ຍິງ 59 ສະຫາຍ.

ໃນກອງປະຊຸມສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ໄດ້ເຊື່ອມຊຶມຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XII (2025-2030). ຈາກນັ້ນ, ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຂຶ້ນເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2025-2026) ຂອງແຂວງໄຊຍະບູລີ, ສະຫາຍ ນາງ ແສງຫຼ້າ ມະຫາວົງສະນັ່ນ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານກ່ຽວກັບການປັບປຸງດັດແປງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ ກໍ່ໄດ້ຂຶ້ນຜ່ານຄໍາສັ່ງ ຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 192/ຄພຂ, ລົງວັນທີ 12 ພຶດສະພາ 2026 ວ່າດ້ວຍການເພີ້ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ.

ຕອນທ້າຍກອງປະຊຸມສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ປະທານກອງປະຊຸມ ໄດ້ມີຄໍາເຫັນສັງລວມຕໍ່ກອງປະຊຸມຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa