ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 6 ສະໄຫມທີ VIII

ຄະນະບໍລິຫານງານພັກເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄຫມທີ VIII.ຂຶ້ນຢ່າງເປັນທາງການໃນວັນທີ  6 ກໍລະກົດ 2026 ນີ້ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ສະມາຊິກສະພາປະຊາຊົນແຂວງ ເລຂາຄະນະບໍລິຫານງານພັກເມືອງ ບໍ່ແຕນ,ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ສີສອນພັນ  ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ,ມີຄະນະປະຈຳພັກເມືອງກຳມະການພັກເມືອງ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ,ຫົວໜ້າ,ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ , ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 6 ສະໄໜທີ VIII ຢ່າງເປັນທາງການ, ຈາກນັ້ນສະຫາຍ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ໊ລາດບັງຫຼວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 6 ເດືອນຕໍ່ໜ້າ 2026 ຂອງຄະນະບໍລິຫານງານພັກເມືອງບໍ່ແຕນຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກເປັນວຽກງານສຳຄັນທີຕ້ອງເຮັດເປັນປົກກະຕິ ແລະຕໍ່ເນື່ອງສອດຫ້ອຍເຂົາໃນທຸກຂົງເຂດວຽກງານທົ່ວເມືອງມີອົງຄະນະພັກຮາກຖານຕາແສງ 3ຄະນະພັກ,ຄະນະພັກຮາກຖານ 4 ຄະນະພັກ,ມີ 75 ໜ່ວຍພັກມີສະມາຊິກພັກ971 ສະຫາຍຍິງ 235 ຂະຫຍາຍໃໝ່ 7 ສະຫາຍ ຍິງ3 ສະຫາຍທຽບໃສ່ແຜນການປີ 70 % ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍໃນໄລຍະ 6 ເດືອນຜ່ານມາສາມາດຈັດເກັບລາຍຮັບມອນງົບປະມານໄດ້ 2.249 ລ້ານກວ່າກີບເທົ່າກັບ 54,52 % ເມືອງບໍແຕນໄດ້ດຳເນີນການກໍ່ສ້າງໂຄງການລວມທັງໂຄງການສືບຕໍ່ແລະໂຄງການຈັດຕັງປະຕິບັດຂຶ້ນໃໝ່ລວມມີ 18 ໂຄງການລວມມູນຄ່າ 286.851,23 ລ້ານກີບທຶນຂອງລັດ ມູນຄ່າ 277.659,53 ,ທຶນຂອງປະຊາຊົນມູນຄ່າທັງໝົດ 3.488 ລ້ານກີບໂຄງການສະເໜີໃໝ່ 9ໂຄງການ ມູນຄ່າ 56.780,70ລ່ານກີບໃນນີ້້ໂຄງການຂອງລັດ 2ໂຄງການມູນຄ່າ 51.296,30ລ້ານກີບໂຄງການຂອງປະຊາຊົນລົງທຶນ 7 ໂຄງການມູນຄ່າ 5.484,40 ລ້ານກີບຂົງເຂດວັດທະນະທຳ-ສັລຄົມໄດ້ເຄື່ອນ ໄຫວຕາມສິດໜ້າທີ່ພາລະບົດບາດຂອງຕົນໃນວະດຳເນີນກອງປະຊຸມຮັບຟັງການປະກອບຄຳເຫັນຂອງແຕລະຂົງເຂດວຽກງານ ຮັບຟັງການປະກອບຄຳເຫັນຂອງບັນດາສະຫາຍທີ່ທີ່ເຂົາຮ່ວມກອງປະຊຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອຍົກໃຫ້ເຫັນຜົນງານດານດີດ້ານອ່ອນ ແລະຂໍ້ຄົງຄ້າງ,ເພື່ອຊອກຫາວິທີແກ້ໄຂໃຫ້ມີຜົນສຳເຫຼັດຕາມແຜນການຂອງແຕ່ລະວຽກງານທີ່ໄດ້ກຳນົດໄວ້ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະາຍ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ ຕຶ່ມອີກກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ  1 ວັນເຄິ່ງຈຶ່ງສຳເຫຼັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa