

ພິທີ ປະກາດສ້າງຕັ້ງຕາແສງ ຫ້ວຍເລິກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 7 ກໍລະກົດ 2026 ນີ້, ຢູ່ທີ່ສໍານັກງານຕາແສງດັ່ງກ່າວ.ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ, ທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍຮອງຄະນະຈັດຕັ້ງແຂວງ, ບັນດາການນໍາຂັ້ນເມືອງ, ຄະນະກະກຽມສ້າງຕັ້ງຕາແສງ, ອົງການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສີຄານ ແກ່ນມະນີ ໄດ້ຂຶ້ນລາຍງານການກະກຽມສ້າງຕັ້ງຕາແສງ ຫ້ວຍເລິກ ໂດຍມີລາຍລະອຽດດັ່ງນີ້:ຕາແສງຫ້ວຍເລິກ ຕັ້ງຢູ່ທາງທິດຕາເວັນຕົກ ຂອງເມືອງແກ່ນທ້າວ ຫ່າງຈາກເທດສະບານເມືອງ ປະມານ 41.2 ກິໂລແມັດ. ມີເນື້ອທີ່ທັງໝົດ 28,040.93 ເຮັກຕາ. ທິດເໜືອ ຕິດກັບເມືອງບໍ່ແຕນ, ທິດໃຕ້ ແລະ ທິດຕາເວັນອອກ ຕິດກັບຕາແສງ ປາກແຄມ ແລະ ທິດຕາເວັນຕົກ ຕິດກັບເມືອງປາກລາຍ. ປະກອບມີ 6 ບ້ານຄື: ບ້ານວັງປູນ, ບ້ານຫ້ວຍເລິກ, ບ້ານວັງປາ, ບ້ານສວນກ້ວຍ, ບ້ານຫ້ວຍບູຮາ ແລະ ບ້ານລາດຂາມປ້ອມ. ມີພົນລະເມືອງທັງໝົດ 7,372 ຄົນ, ຍິງ 3,571 ຄົນ (ເປັນເຜົ່າລາວ 100%). ສຳນັກງານຫ້ອງການ ຕັ້ງຢູ່ບ້ານວັງປາ (ນຳໃຊ້ຫ້ອງການກຸ່ມບ້ານພັດທະນາຫ້ວຍເລິກ-ວັງປາ ຫຼັງເກົ່າ) ເປັນອາຄານ 1 ຊັ້ນ, ມີ 1 ຫ້ອງຮັບແຂກ, 6 ຫ້ອງເຮັດວຽກ ແລະ 1 ຫ້ອງນໍ້າ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານປະຈຳການ. ການຈັດຕັ້ງພັກ ປະກອບມີ 1 ອົງຄະນະພັກຮາກຖານ, ມີ 11 ໜ່ວຍພັກຂຶ້ນກັບ (ໜ່ວຍພັກບ້ານ 6 ໜ່ວຍ ແລະ ໜ່ວຍພັກໂຮງຮຽນ 5 ໜ່ວຍ), ມີສະມາຊິກພັກທັງໝົດ 99 ສະຫາຍ, ຍິງ 20 ສະຫາຍ (ສະມາຊິກພັກສຳຮອງ 12 ສະຫາຍ, ຍິງ 4 ສະຫາຍ). ຈາກນັ້ນ, ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ຫ້ວຍເລິກ ແລະ ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ແລະ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານ, ການຍົກຍ້າຍພະນັກງານ, ການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຕາແສງ, ເລຂາ-ຮອງເລຂາ, ປະທານ-ຮອງປະທານກວດກາ, ພ້ອມທັງແຕ່ງຕັ້ງຄະນະກຳມະການປົກຄອງຕາແສງ ຫ້ວຍເລິກ ດັ່ງນີ້: ທ່ານ ດາວຫຼຸ້ງ ເຮີ ເປັນ ປະທານຄະນະກຳມະການປົກຄອງຕາແສງ ຫ້ວຍເລິກ, ທ່ານ ລ໋ອນ ສີລິວັນ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ທ່ານ ນາງ ຫວານ ຈວງເທວີ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.
ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳເຫຼັກ ແກ້ວວິໄລພອນ ພ້ອມທັງຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍຫ້ອງການຕາແສງ ຫ້ວຍເລິກ ຢ່າງເປັນທາງການ ເຊິ່ງເປັນຕາແສງທີ 3 ຂອງເມືອງແກ່ນທ້າວ.