

ເນື່ອງໃນໂອກາດວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ທີ່ໄດ້ໝູນບຽນບັນຈົບຄົບຮອບມາອີກວາລະໜຶ່ງ ໃນຕອນເຊົ້ົ້າຂອງວັນທີ 14 ກໍລະກົດ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ ແຫ່ງຊາດ 13 ກໍລະກົດ 2026 ຢ່າງເປັນທາງກາງຢູ່ທີ່ອ່າງເກັບນໍ້າຫ້ວຍຄວາ ບ້ານດອຍກາວ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍອົງການປົກຄອງບ້ານດອຍກາວເຂົ້າຮ່ວມ.
ພິທີໃນຄັ້ງນີ້ພາຍຫຼັງທີ່ຈັດຕັ້ງພິທີໄດ້ສະເໜີຈຸດປະສົງແລ້ວ ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ໄດ້ໃຫ້ກຽດກ່າວເປີດພິທີ ວັນປ່ອຍປາ ແລະ ສັດນໍ້າ-ສັດປ່າແຫ່ງຊາດ ພ້ອມທັງໄດ້ປຸກລະດົມທົ່ວປວງຊົນໃຫ້ມີສ່ວນຮ່ວມໃນວັນດັ່ງກ່າວ ພ້ອມນີ້ບັນດາການໍາຂອງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງ ຍັງໄດ້ຮ່ວມກັນປ່ອຍປາລົງສູ່ແຫຼ່ງນໍ້າຕື່ມອີກ. ເຊີ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ມີຈໍານວນທັງໝົດ 13.500 ໂຕ, ໃນນີ້ປ່ອຍຢູ່ອ່າງເກັບນໍ້າຫ້ວຍຕວາມ ຈໍານວນ 6.500 ໂຕ ປາທີ່ນໍາມາປ່ອຍໃນຄັ້ງນີ້ມີ ປານິນ 1.500 ໂຕຈໍານວນ, ປາໄນ 2.000 ໂຕ, ປາປາກ 3.500 ໂຕ, ປາອິນເດຍ 3.000 ໂຕ ແລະ ປາອີສົບ 3.500 ໂຕ. ນອກຈາກປ່ອຍລົງສູ່ແຫຼ່ງນໍ້າທໍາມະຊາດແລ້ວຍັງໄດ້ມີການປ່ອຍລົງສູ່ໜອງປາຂອງປະຊາຊົນພາຍໃນເມືອງຕື່ມອີກ.
ທັງນີ້ກໍ່ເພື່ອເປັນການປະຕິບັດເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍສັດນໍ້າສັດປ່າກ່ຽວກັບການເຄື່ອນໄຫວສ້າງຂະບວນການປົກປັກຮັກສາສັດນໍ້າສັດປ່າ ເນື່ອງໃນໂອກາດວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ດັ່ງນັ້ນເພື່ອເປັນການປູກຈິດສຳນຶກໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ປົກປັກຮັກສາແນວພັນສັດນໍ້າ-ສັດປ່າໃຫ້ຫຼາຍຂື້ນ ໂດຍອີງໃສ່ສະພາບແວດລ້ອມ ທ່າແຮງທີ່ອຸດົມສົມບູນຂອງເມືອງໄຊສະຖານ ເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປາ ແລະ ສັດນໍ້າ ມີຄວາມອຸດົມສົມບູນ, ມີການຄຸ້ມຄອງນໍາໃຊ້ຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກໂດຍບໍ່ມີວັນບົກແຫ້ງແຜ່ພັນເພີ່ມຂື້ນມີຄວາມຫຼາກຫລາຍທາງດ້ານຊີວະນາໆພັນສາມາດຕອບສະໜອງຄວາມອຸດົມສົມບູນຄືນໃຫ້ທຳມະຊາດ ແລະ ຈຳກັດການລ່າສັດແບບດັບສູນ