

ບ້ານໂພນສະອາດ ເມືອງພຽງ ແຂວງໄຊຍະບູລີຈັດພິທີມອບໃບຢັ້ງຢືນຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງຂື້ນໃນວັນທີ 14 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມບ້ານໂພນສະອາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນ ເພັດດາວອນ ສຸກຜາລີ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີບັນດາຄະນະພັດທະນາຕາແສງອາດໄຊຍະພູມ ເລຂາໜ່ວຍພັກ-ນາຍບ້ານ ຕາງໜ້າສະຫະພັນແມ່ຍິງເມືອງ, ຄະນະພັກ, ອົງການປົກຄອງບ້ານ, ສະມາຊິກສະຫະພັນແມ່ຍິງພາຍໃນບ້ານໂພນສະອາດເຂົ້າຮ່ວມອບ ພິທີໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ເຊິ່ງໄດ້ເລີ່ມດຳເນີນມາແຕ່ປີ 2022 ໂດຍບ້ານໂພນສະອາດ ມີທັງໝົດ 300 ກວ່າ ຄອບຄົວ, ມີພົນລະເມືອງ 1,500 ກວ່າຄົນ, ຍິງ 760 ກວ່າຄົນ ໃນນິ້ມີສະມາຊິກສະຫະພັນແມ່ຍິງທັງໝົດ 170 ກວ່າສະຫາຍ ຜ່ານການປະເມີນ ແລະ ຄັດເລືອກຢ່າງເຂັ້ມງວດ, ສາມາດຄັດເລືອກສະມາຊິກ 3 ດີ ປະເພດ I ໄດ້ເຖິງ 170 ສະຫາຍ (ເທົ່າກັບ 98 %) ທີ່ສະແດງໃຫ້ເຫັນເຖິງຄວາມສໍາເລັດອັນໂດດເດັ່ນໂດຍສະເພາະແມ່ນ ສາມາດຄັດເລືອກ ແລະ ຮັບຮອງຄອບຄົວແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໄດ້ທັງໝົດ 200 ກວ່າຄອບຄົວ ເຊິ່ງໃນໄລຍະຜ່ານມາ ສະຫະພັນແມ່ຍິງບ້ານໂພນສະອາດ ຍັງມີຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນການປັບປຸງການຈັດຕັ້ງ, ສາມາດຂະຫຍາຍສະມາຊິກໃໝ່ໄດ້ 9 ສະຫາຍ, ແມ່ຍິງເຂົ້າເປັນສະມາຊິກພັກສົມບູນ 10 ສະຫາຍ, ສ້າງຄັງລວມໝູ່ໄດ້ 29 ກວ່າກີບ ພ້ອມທັງເອົາໃຈໃສ່ປະກອບສ່ວນພັນທະເຂົ້າສານ 20 ກິໂລ, ມອບຂອງຂວັນຊຸກຍູ້ວັນສ້າງຕັ້ງກອງທັບ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ມູນຄ່າ 600,000 ກີບ ແລະ ໃນໂອກາດນີ້ກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງພຽງ ວ່າດ້ວຍການມອບໃບຢັ້ງຢືນການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ແກ່ໜ່ວຍສະຫະພັນແມ່ຍິງບ້ານໂພນສະອາດ ຢ່າງເປັນທາງການພ້ອມທັງມອບໃບຢັ້ງຢືນດັ່ງກ່າວໃຫ້ກຽດມອບໂດຍ ທ່ານ ນ ເພັດດາວອນ ສຸກຜາລີ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງພ້ອມທັງມີຄຳເຫັນໂອ້ລົມທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງບ້ານໂພນສະອາດຍາດໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີ, ແກ້ໄຂຂໍ້ຄົງຄ້າງ ເປັນຕົ້ນແມ່ນແນວຄິດຄອງເດີມ, ຕີຕົວຕໍ່າ, ຕ້ານວັດທະນະທຳຊອດກະຈາ, ປັບປຸງແບບແຜນວິທີການເຮັດວຽກ ເພື່ອສືບຕໍ່ຊຸກຍູ້ຄອບຄົວທີ່ບໍ່ບັນລຸມາດຖານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງໃຫເບັນລຸຕາມຄາດໝາຍ ແລະ ໃນໂອກາດດັ່ງກ່າວນີ້ຍັງໄດ້ຜ່ານຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ມະຕິກອງປະຊຸມຜູ້ແທນສະຫະພັນແມ່ຍິງແຂວງໄຊຍະບູລີ ຄັ້ງທີ VIII ແລະ ກົດໝາຍວ່າດ້ວຍການຄ້າມະນຸດຕື່ມອີກເພຶ່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວທີ່ຈະມາເຖີງນີ້ໃຫ້ເປັນຂະບວນການຢ່າງຟົດຟື້ນ.