

ໃນຕອນເຊົ້າຂອງວັນທີ່ 13 ກລະກົດ 2026 ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊແຂວງໄຊຍະບູລີໄດ້ຈັດພິທີປະຖາກະຖາ 5 ວັນປະຫວັດສາດ ຄື: ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 / 7 / 1909 – 13 / 7 / 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 64ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49ປີ, ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 71ປີ( 20 ກໍລະກົດ 1955 – 20 ກໍລະກົດ 2026), ວັນກໍາເນີດກິລາ-ກາຍະກຳແຫ່ງຊາດ ຄົບຮອບ60 ປີ ແລະ ວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍໍລະກົດ 2026 ຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກາຖາຂອງ ສາຍຫາຍ ພັອ ສົມດີ ໄຊຍະລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທົ່ງມ່ີໄຊ, ມີບັນດາສະຫາຍ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານປະຕິວັດອາວຸດໂສ ບໍານານ ທະຫານ, ຕຳຫຼວດ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ຕະຫຼອດຮອດນາຍບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ສາຍຫາຍ ພັອ ສົມດີ ໄຊຍະລາດໄດ້ໃຫ້ຮູ້ວ່າ: ປະທານ ສຸພານຸວົງ ໄດ້ສຸມ ສະຕິບັນຍາ ແລະ ເຮື່ອແຮງຂອງຕົນເພື່ອນໍາພາ-ຊີ້ນໍາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ. ປະທານໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານສຸພານຸວົງວ່າ: ຊື່ສຽງຮຽງນາມ ຂອງສະຫາຍໄດ້ພົ້ນເດັ່ນຂຶ້ນໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ງໍ້ງ່ຽງຕໍ່ຄວາມລໍາບາກໃດໆ ກະທັງເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບ, ຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນໃນຫຼາຍ 10 ປີຜ່ານມາ ປະທານສຸພານຸວົງ ໄດ້ເຂົ້າຮ່ວມກັບໝູ່ຄະນະແຕ່ລະໄລຍະ ຂອງການປະຕິວັດ. ເຂົ້າຮ່ວມກໍ່ສ້າງຮາກຖານປະຕິວັດ ແລະ ຖານທີ່ໝັ້ນອັນຍາວນານຂອງປະຊາຊົນເຮົາຕະຫຼອດມາ. ພ້ອມນັ້ນ ທ່ານໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 7 1ປີ ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລິພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມ ເທື່ອລະກ້າວ. ໃນໂອກາດດັ່ງກ່າວ ທ່ານຍັງຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກຳເນີດກິລາກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ ເຊິ່ງກິລາ-ກາຍະກຳ ແມ່ນພາກສ່ວນໜຶ່ງຂອງວັດທະນະທໍາ ແມ່ນຜະລິດຕະພັນ ຂອງມວນມະນຸດເປັນຜູ້ສ້າງຂຶ້ນ ເພື່ອຮັບໃຊ້ ໃຫ້ແກ່ການຂະຫຍາຍຕົວຂອງສັງຄົມ ກິລາກາຍະກຳໄດ້ປະກອບສ່ວນທີ່ມີປະໂຫຍດຕໍ່ຊີວິດ ແລະ ໃຫ້ຄຸນຄ່າທາງດ້ານຈິດໃຈ ສຸຂະພາບ ພາລະນາໄມ ໃຫ້ຄວາມຮູ້ການປະຊາສໍາພັນລະຫວ່າງຄົນກັບຄົນ ໃຫ້ຄຸນປະໂຫຍດຢ່າງມະຫາສານໃນສະຖານະເປັນອາຫານທາງດ້ານຈິດໃຈ ມັນສະໝອງຂອງມວນມະນຸດ. ນອກຈາກນີ້ທ່ານກໍ່ຍັງໄດ້ໃຫ້ຮູ້ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມຄົບຮອບ 64ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49ປີ ແລະ ວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍໍລະກົດ 2026 ຕື່ມອີກ.
ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກ,ພະນັກງານໄດ້ຮັບຮູ້ເຖິ່ງຜົນງານການເຄື່ອນໄຫວຂອງປະທານສຸພານຸວົງຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດທີ່ໄດ້ອຸທິດຕົນເພື່ອພາລະກິດປະຕິວັດ, ເພື່ອປະເທດຊາດ ແລະ ປະຊາຊົນ ທັງເປັນການຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ ຂອງທ່ານ ເພືອມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ກຳດຳລົງຊີວິດຂອງຕົນເພື່ອປະກັບສ່ວນເຂົ້າໃນການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດເປັນແຕ່ລະໄລຍະ.
ໃນໂອກາດສຳຄັນດັ່ງກ່າວ ຍັງໄດ້ມີການຈັດກິດຈະກຳເຕັ້ນ ຂອງເອື້ອຍນ້ອງແມ່ຍິງຈາກສຳນັກງານ, ອົງການ, ກົມກອງ ອອ້ມຂ້າງເມືອງທົ່ງມີໄຊຕື່ມອີກ.