

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫລຸບວຽກງານໄພພິບັດຂັ້ນເມືອງປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂື້ນ ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ.
ໂດຍການເປັນປະທານຂອງທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງຄອບ, ມີທ່ານ ນາງ ບົວຂຽວ ປັນຍາທອງ ກໍາມະການພັກເມືອງ ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ມີບັນດາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນາຍບ້ານພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ສະໝັກ ລິດສະຖານ ຮອງເຈົ້າເມືອງໆຄອບ ປະທານຄະນະກໍາມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນເມືອງ ກໍໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນທ່ານ ນາງ ບົວຂຽວ ປັນຍາທອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ຂື້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານໄພພິບັດຂັ້ນເມືອງປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ເຊິ່ງທ່ານໃຫ້ຮູ້ວ່າ: ຕະຫລອດໄລຍະ 1 ປີທີ່ຜ່ານມາ ເມືອງຄອບໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂື້ນ ຄື: ໄດ້ເກີດລົມພາຍຸ 3 ຄັ້ງ ມີ 16 ບ້ານ, ມີ 1,174 ຄອບຄົວ, 5,646 ຄົນ, ລວມມູນຄ່າຄວາມເສຍຫາຍ 36.158 ລ້ານກວ່າກີບ, ໃນນັ້ນ ດ້ານທີ່ຢູ່ອາໄສ ໄດ້ຮັບຜົນກະທົບ 7 ບ້ານ, 625 ຄອບຄົວ, 3,118 ຄົນ ມູນຄ່າເສຍຫາຍທັງໝົດ 3.700 ກວ່າລ້ານກີບ; ດ້ານກະສິກໍາ ແລະ ປ່າໄມ້ ເນື້ອທີ່ທໍາການຜະລິດຂອງປະຊາຊົນເສຍຫາຍ ກວມ 17 ບ້ານ ເນື້ອທີ່ນາປີ ຖືກຜົນກະທົບທັງໝົດ 456,37 ເຮັກຕາ, ເນື້ອທີ່ເສຍຫາຍ 319,68 ເຮັກຕາ, ເນື້ອທີ່ປູກພືດອື່ນໆ 0,97 ເຮັກຕາ, ຢາງພາລາ 3,184 ຕົ້ນ ແລະ ຊົນລະປະທານ 6 ແຫ່ງ; ເສັ້ນທາງໄດ້ຮັບຜົນກະທົບເສຍຫາຍ 12 ເສັ້ນ, ເສົາໄຟຟ້າລົ້ມ 1 ຕົ້ນ, ສາຍໄຟຟ້າແຮງຕໍ່າຂາດ 1 ຈຸດ ລວມມູນຄ່າທັງໝົດ 23 ລ້ານກວ່າກີບ. ນອກນັ້ນທ່ານຍັງກ່າວຕື່ມວ່າ ໄລະຍະ 1 ປີທີ່ຜ່ານມາໄດ້ຮັບເງິນກອງທຶນຊ່ວຍເຫລືອຈາກພະນັກງານລັດຖະກອນ, ທະຫານຕໍາຫລວດ, ພໍ່ແມ່ປະຊາຊົນພາຍໃນເມືອງ ໄດ້ທັງໝົດ 30.870.000 ກີບ, ຍອດຍົກມາຈາກປີ 2024 ມີ 92.809.000 ກີບ ລວມເງິນທັງໝົດ 108.131.000 ກີບ.
ໂອກາດດຽວກັນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານ ແຜນຕອບໂຕ້ປີ 2026, ຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສະບັບປັບປຸງ, ຂໍ້ຕົກລົງແຕ່ງຕັ້ງຄະນະກອງເລຂາຄຸ້ມຄອງໄພພິບັດຂັ້ນເມືອງສະບັບປັງປຸງ, ຂໍ້ຕົກລົງແຕ່ງຕັ້ງແບ່ງຝ່ຽນປະຈໍາການໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ບົດສະຫລຸບເງິນກອງທຶນໄພພິບັດ 6 ເດືອນຕົ້ນປີ 2026.
ພ້ອມດຽວກັນ ແຕ່ລະພາກສ່ວນທີ່ກ່ຽວຂ້ອງກໍໄດ້ຜັດປ່ຽນກັນຂື້ນແລກປ່ຽນປະກອບຄໍາຄິດຄໍາເຫັນ ເພື່ອຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີກວ່າເກົ່າ.