

ໃນຕອນເຊົ້າວັນທີ 25 ກໍລະກົດ 2026 ຜ່ານມານີ້ ໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊຍະບູລີ ໄດ້ຈັດພິທີ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ; ໂດຍການເປັນປະທານຂອງສະຫາຍ ສີຈັນ ຫານເສີກ ກຳມະການພັກເມືອງ ເລຂາໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ໃນພິທີ ສະຫາຍ ສິງຫາ ບົວເງີນ ຮອງຫົວໜ້າ ຫ້ອງການກະສິກໍາ ແລະ ສີ່ງແວດລ້ອມ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງສະບັບເລກທີ326/ຄພມ, ລົງວັນທີ 29 ມິຖຸນາ 2026 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ຂື້ນເປັນສະມາຊິກພັກສົມບູນ ຄະນະບໍລິຫານງານພັກເມືອງໄຊຍະບູລີຕົກລົງອານຸມັດເລື່ອນ ສະຫາຍ ນາງ ວາດສະໜາ ລີນທະວົງ ທີ່ໄດ້ຜ່ານສະໄໝສຳຮອງຄົບຖ້ວນເຂົ້າເປັນສະມາຊິກພັກສົມບູນ, ຈາກນັ້ນ ສະຫາຍ ສີຈັນ ຫານເສີກ ກຳມະການພັກເມືອງ ເລຂາໜ່ວຍພັກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ກໍ່ໄດ້ຂື້ນມາກ່າວຮັບ ພ້ອມທັງມອບມະຕິຕົກລົງໃຫ້ສະມາຊິກພັກສົມບູນ, ຕອນທ້າຍພິທີ ສະຫາຍ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ ປະທານອົງການກວດກາລັດເມືອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ