

ຕອນເຊົ້າ ວັນທີ 24 ກໍລະກົດ 2026 ນີ້ ບ້ານນາຄູນ ເມືອງໄຊຍະບູລີ ໄດ້ຈັດພິທີເປີດນໍາໃຊ້ເສັ້ນທາງເບຕົງ ທີຫ້ອງປະຊຸມຫ້ອງການບ້ານ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງໄຊຍະບູລີ, ມີ ທ່ານ ຄຳພຽນ ປັນຍາວົງ ຄະນະປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ ປະທານ ອົງການກວດກາລັດເມືອງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ປະທານຄະນະກຳມະການປົກຄອງຕາແສງ, ແຂກຖືກເຊີນ, ອົງການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄໍາແພງ ໃຈດີ ປະທານບ້ານໆ ນາຄູນ ຂຶ້ນລາຍງານຜົນສຳເລັດ ໃນການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງເບຕົງ ຂອງບ້ານນາຄູນ ທ່ານໃຫ້ຮູ້ວ່າ: ໄດ້ນໍາພາປະຊາຊົນພາຍໃນບ້ານກໍ່ສ້າງເສັ້ນທາງເບຕົງຮ່ອມລົງຫ້ອງປະຊຸມບ້ານ ແລະ ວັດ ໄດ້ສໍາເລັດ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 9/6/2026 ແລະ ສໍາເລັດ ໃນວັນທີ 9/7/2026 ເບື້ອງຕົ້ນແມ່ນໄດ້ມີຂະແໜງການທີ່ກ່ຽວຂ້ອງຂອງຕາແສງ, ຂອງເມືອງ ໂດຍສະເພາະແມ່ນທາງຕາແສງນາຫຼາ-ທ່າເດື່ອຮ່ວມກັບຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊຍະບູລີ ໄດ້ລົງຊຸກຍູ້ສຳຫຼວດຄິດໄລ່ປະເມີນລາຄາ ໂດຍນໍາພາເປີດກອງປະຊຸມຢູ່ຂັ້ນບ້ານຜ່ານແຜນງົບປະມານໃນການກໍ່ສ້າງເສັ້ນທາງດັ່ງກ່າວ ເພື່ອໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້, ເຂົ້າໃຈ ໄດ້ຄິດໄລ່ສະເລ່ຍງົບປະມານໃສ່ແຕ່ລະຄອບຄົວ ທັງໃຫ້ປະຊາຊົນມີຄໍາຄິດຄໍາເຫັນ ເພື່ອສ້າງຄວາມເປັນເອກະພາບກັນພາຍໃນບ້ານ ຫຼັງຈາກນັ້ນກໍ່ໄດ້ພ້ອມກັນເລີ່ມຈັດຕັ້ງປະຕິບັດ ເຊີ່ງເສັ້ນທາງມີຄວາມຍາວທັງໝົດ 365 ແມັດ, ຄວາມກວ້າງໜ້າທາງ 5 ແມັດ, ມີຮ່ອງລະບາຍນໍ້າ ຕົກເປັນມູນຄ່າທັງໝົດ 309,420,000 ກີບ, ໃນນັ້ນທຶນສົມທົບຂອງຕາແສງນາຫຼາ-ທ່າເດື່ອລະດົມຊ່ວຍ 27,000,000 ກີບ, ທຶນຂອງປະຊາຊົນພາຍໃນບ້ານ 204,650,000 ກີບ, ທືນລະດົມນໍານັກທຸລະກິດຜູ້ປະກອບການຕ່າງໆໄດ້ 77,770,000 ກີບ, ຈາກນັ້ນ ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງໄຊຍະບູລີ ມີຄໍາເຫັນໂອ້ລົມຕໍ່ພິທີ ກ່ອນອື່ນ ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍທີເຫັນໄດ້ຄວາມສາມັກຄີຂອງພໍ່ແມ່ປະຊາຊົນພາຍໃນບ້ານ, ນັກທຸລະກິດຜູ້ປະກອບການ ຮ່ວມປະກອບສ່ວນເປັນວັດຖຸ, ເງີນ ແລະ ແຮງງານເຂົ້າໃນການກໍ່ສ້າງເສັ້ນທາງເບຕົງໃນຄັ້ງນີ້ຈົນປະສົບຜົນສໍາເລັດ ແລະ ທ່ານກໍ່ຍັງໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຜູ້ທີ້ນໍາໃຊ້ເສັ້ນທາງຈົ່ງຊ່ວຍກັນປົກປັກຮັກສາ ແລະ ໃຫ້ນໍາໃຊ້ໃຫ້ໄດ້ຍາວນານເພື່ອຄວາມສະດວກສະບາຍໃນການສັນຈອນ ຕອນທ້າຍຂອງພິທີ ທ່ານປະທານ, ຄະນະປະທານ, ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມເປີດເສັ້ນທາງເບຕົງຢ່າງເປັນທາງການ ພ້ອມທັງຍ່າງຊົມເສັ້ນທາງຕື່ມອີກ.