
ໃນວັນທີ 5 ສິງຫາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງວຽກງານສາສະໜາ ແລະ ວັດທະນະທຳຢູ່ພາຍໃນເມືອງ. ໂດຍການເປັນປະທານຂອງ ທ່ານ ສົມຫວັງ ພຸດທະສັກ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ປະທານຄະນະກຳມະການຕາແສງທ້າວແກ່ນ, ປະທານ ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງ, ນາຍບ້ານ, ປະທານແນວບ້ານ ແລະ ສີລາວັດ ປະຈຳວັດພາຍໃນເທດສະບານເມືອງ ເຂົ້າຮ່ວມທັງໝົດ 25 ທ່ານ.
ກອງປະຊຸມ ໄດ້ຄົ້ນຄວ້າ ກ່ຽວກັບບັນຫາຫາງສຽງສັງຄົມ ທີ່ມີຕໍ່ການຄຸ້ມຄອງວຽກງານສາສະໜາ ແລະ ວັດທະນະທຳຢູ່ພາຍໃນເມືອງ. ພ້ອມດຽວກັນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ສະເໜີວິທີແກ້ໄຂ ແລະ ຕົກລົງເປັນເອກະພາບກັນ ດັ່ງນີ້: ບັນຫາວັດຖ້ຳພຣະເຈົ້າຊຽງຍືນ: ມອບໃຫ້ການຈັດຕັ້ງບ້ານເມືອງໝໍ ຄົ້ນຄວ້າຫາພຣະສົງທີ່ຈະໄປຈຳຢູ່ ແລ້ວນຳສະເໜີຫາທາງເມືອງ ເພື່ອລົງມາປະກາດຕາມລະບຽບການ (ເນື່ອງຈາກປະຈຸບັນມີແຕ່ແມ່ຊີ, ບໍ່ມີພຣະສົງ). ການກໍ່ສ້າງພື້ນຖານໂຄງລ່າງຢູ່ວັດ: ການກໍ່ສ້າງສິມ, ປະຕູໂຂງ ແລະ ກິດຈະກຳຕ່າງໆ ຢູ່ພາຍໃນວັດວາອາຮາມ ຕ້ອງປະກອບເອກະສານໃຫ້ຖືກຕ້ອງຄົບຖ້ວນ ແລະ ນຳສະເໜີຂັ້ນເທິງອະນຸມັດກ່ອນ, ເມື່ອໄດ້ຮັບການອະນຸມັດແລ້ວ ຈຶ່ງລົງມືກໍ່ສ້າງຕາມແບບຢ່າງເຂັ້ມງວດ. ການຈັດງານສົ່ງສະການ: ກຳນົດໃຫ້ເລີ່ມເອົາສົບໄປປ່າ ໄດ້ຕັ້ງແຕ່ເວລາ 13:00 ນາທີ ເປັນຕົ້ນໄປ ເພື່ອຫຼຸດຜ່ອນການແກ່ຍາວເວລາ. ເສັ້ນທາງເຂົ້າຖ້ຳຊົມຊື່ນ: ມອບໃຫ້ການຈັດຕັ້ງບ້ານນາບອນ ສົມທົບກັບຄະນະປົກຄອງຕາແສງ ລົງກວດກາ ແລະ ແກ້ໄຂກໍລະນີເຈົ້າຂອງທີ່ດິນລ້ອມຮົ້ວຕັນທາງເຂົ້າ. ການບວດ ແລະ ປະຕິບັດວິນັຍຂອງພຣະສົງ-ສາມະເນນ: ການເຂົ້າບວດຕ້ອງໄດ້ຮັບການເລືອກເຟັ້ນ ແລະ ປະກອບເອກະສານໃຫ້ຖືກຕ້ອງຕາມລະບຽບການຈຶ່ງໃຫ້ບວດໄດ້. ສ່ວນພຣະສົງທີ່ມີພຶດຕິກຳບໍ່ເໝາະສົມ ຫຼື ບໍ່ປະຕິບັດຕາມຫຼັກທຳຄຳສອນ ແມ່ນໃຫ້ປະຕິບັດວິນັຍ ແລະ ໃຫ້ສິກຂາ (ລາສິກຂາ) ແລະ ການຄົບງັນເວລາກາງຄືນ: ກຳນົດບໍ່ໃຫ້ສົ່ງສຽງດັງກາຍເວລາ 23:00 ນາທີ. ໂດຍມອບໃຫ້ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ເຮັດບົດບັນທຶກຮ່ວມກັບເຈົ້າຂອງງານ ແລະ ເຈົ້າຂອງດົນຕີ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.