ຕາແສງໄຊມຸງຄຸນ ເມືອງປາກລາຍ ສ້າງຂະບວນການອອກແຮງງານອານາໄມເສັ້ນທາງຫຼວງ ແລະ ຂົວຂ້າມນໍ້າຂອງ.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍຕາມແຈ້ງການຂອງຄະນະກໍາມະການປົກຄອງແຂວງໄຊຍະບູລີເລກທີ76/ຄປຂ ກຽ່ວກັບການປົກປັກຮັກສາ,ຄຸ້ມຄອງ ແລະ ການປະຕິບັດຕໍ່ຜູ້ລະເມີດກົດໝາຍທາງຫຼວງ ແລະ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາ ແລະ ຄວາມປອດໄພໃນການສັນຈອນ, ດັ່ງນັ້ນໃນຕອນເຊົ້າຂອງວັນທີ6ສິງຫາ2026ນີ້,ຄະນະປົກຄອງຕາແສງ ຕາແສງໄຊມຸງຄຸນ, ເມືອງປາກລາຍ, ແຂວງໄຊຍະບູລີ ສົມທົບກັບອົງການປົກຄອງບ້ານ,ບໍລິສັດ ແລະ ພໍ່ແມ່ປະຊາຊົນບ້ານໄຊຍະມຸງຄຸນ ແລະ ບ້ານນາສັກສ້າງຂະບວນການອານາໄມເສັ້ນທາງຫຼວງ ແລະ ຂົວຂ້າມນໍ້າຂອງ ໂດຍພາຍໃຕ້ການນໍາພາຊີ້ນໍາຂອງທ່ານ ສົມບຸນລັດ ລິນທອນສີ ກໍາມະການພັກເມືອງ ປະທານຄະນະກໍາມະການປົກຄອງຕາແສງໄຊມຸງຄຸນ ມີຄະນະປົກຄອງຕາແສງ ການຈັດຕັ້ງບ້ານ ບໍລິສັດ ຂະແໜງການຂອງເມືອງ ພ້ອມດວ້ຍພໍ່ແມ່ປະຊາຊົນເຂົ້າຮວ່ມທັງໝົດ450ຄົນ,ຍິງ263ຄົນ .

ການສ້າງຂະບວນການໃນຄັ້ງນີ້ໄດ້ຖາງຫຍ້າ ,ເກັບກວາດຂີ້ເຫຍື້ອ,ໃຊ້ຫີນຕາບຂຸມ ,ອານາໄມຮອ່ງນໍ້າຕາມເສັ້ນທາງຫຼວງ ແລະ ຂົວຂ້າມນໍ້າຂອງ ເຊິ່ງການສ້າງຂະບວນການໃນຄັ້ງນີ້ມີ3ບໍລິສັດໃຫ້ການສະໜັບສະໜູນຄື:ປະກອບສວ່ນຈົກຫີນໃສ່ທາງບໍລິສັດAA,ປະກອບສວ່ນຕ່າງຫີນຕາບຂຸມບໍລິສັດວິໄລພອນ1818 ແລະ ບໍລິສັດປັນຍາທິລາດປະກອບສວນໂລດິນ-ຫີນຕາບຂຸມ.

​  ທ່ານ ສົມບູນລັດ ລິນທອນສີ ປະທານຄະນະກໍາມະການຕາແສງ ໄດ້ໃຫ້ຮູ້ວ່າ: ກິດຈະກໍາຄັ້ງນີ້ ຈັດຂຶ້ນເພື່ອແນ່ໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະອາດງາມຕາ ພາຍໃນຕາແສງ, ທັງເປັນການສ້າງຄວາມສາມັກຄີຮັກແພງຂອງປະຊາຊົນບັນດາເຜົ່າພາຍໃນບ້ານໃນການປົກປັກຮັກສາເສັ້ນທາງຫຼວງ ແລະ ຂົວຂ້າມນໍ້າຂອງ ນອກຈາກນີ້ ຍັງເປັນການທໍາລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ໃນການສັນຈອນ ຜ່ານໄປ-ມາ ໃນເຂດດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa