ເມືອງພຽງ ເລ່ງແກ້ໄຂບັນຫານັກຮຽນປະລະການຮຽນ ພ້ອມຍົກລະດັບຄຸນນະພາບການສຶກສາ ແລະ ສົ່ງເສີມການຮຽນວິຊາຊີບ.

ໃນຕອນເຊົ້າຂອງວັນທີ 20 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງພຽງ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວ້າແກ້ໄຂບັນຫານັກຮຽນປະລະການຮຽນ, ການປັບປຸງຄຸນນະພາບການສຶກສາ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍການເປັນປະທານຂອງທ່ານ ບຸນທະວີ ຊົງເຮີ, ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ໂດຍມີຕາງໜ້າຈາກພະແນກສຶກສາທິການແລະກິລາແຂວງ,ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, 2 ກອງບັນຊາການ (ປກສ-ປກຊ), ປະທານຄະນະກຳມະການປົກຄອງຕາແສງ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານ, ຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ຜູ້ຕາງໜ້າສະມາຄົມພໍ່ແມ່ນັກຮຽນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ສະພາບຄວາມເປັນຈິງ ແລະ ຜົນການສອບເສັງ ສົກຮຽນ 2025-2026

ໃນກອງປະຊຸມໄດ້ມີການລາຍງານ ແລະ ວິເຄາະຜົນການສອບເສັງຈົບຊັ້ນ ແລະ ເລື່ອນຂັ້ນ ໃນສົກຮຽນ 2025-2026 ເຊິ່ງສະແດງໃຫ້ເຫັນທັງດ້ານດີ ແລະ ດ້ານທ້າທາຍ ດັ່ງນີ້:

  • ຊັ້ນມັດທະຍົມຕອນປາຍ (ມ.7): ມີຄວາມກ້າວໜ້າຢ່າງຈະແຈ້ງ ໂດຍຜົນການສອບເສັງຈົບຊັ້ນບັນລຸໄດ້04% (ເພີ່ມຂຶ້ນຈາກ 56.81% ໃນສົກຮຽນ 2024-2025 ແລະ ດຳເນີນໄດ້ເກີນຄາດໝາຍ 70%).
  • ການເລື່ອນຂັ້ນຊັ້ນມັດທະຍົມ (ມ.1-ມ.3 ແລະ ມ.5-ມ.6): ເພີ່ມຂຶ້ນເປັນ53% (ຈາກ 44.50% ໃນສົກຮຽນຜ່ານມາ).
  • ຊັ້ນປະຖົມສຶກສາ (ປ.5): ຜົນການສອບເສັງຈົບຊັ້ນບັນລຸ78% (ເພີ່ມຂຶ້ນຈາກ 52.65%), ແຕ່ຍັງບໍ່ບັນລຸຕາມຄາດໝາຍ (78%) ແລະ ຜົນການເລື່ອນຂັ້ນ ປ.1-ປ.4 ຫຼຸດລົງ 66.11% (ຈາກ 68.48%).
  • ຊັ້ນມັດທະຍົມຕອນຕົ້ນ (ມ.4): ຜົນການສອບເສັງຈົບຊັ້ນປະຕິບັດໄດ້ພຽງ65% ເຊິ່ງເປັນຕົວເລກທີ່ຕໍ່າຫຼາຍ ເມື່ອທຽບໃສ່ຄາດໝາຍ 70%. ນີ້ສະແດງໃຫ້ເຫັນວ່ານັກຮຽນຫຼາຍກວ່າ 74% ຍັງມີຄະແນນດິບຕໍ່າກວ່າເກນ, ເຊິ່ງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ນັກຮຽນ ທໍ້ຖອຍ, ເສັງຕົກ ແລະ ປະລະການຮຽນ.ສຳລັບບັນຫາ ແລະ ສາເຫດຕົ້ນຕໍຂອງການປະລະການຮຽນ

ອີງຕາມຂໍ້ມູນການເກັບກຳ, ທົ່ວເມືອງພຽງ ມີນັກຮຽນປະລະການຮຽນທັງໝົດ 915 ນ້ອງ (ລວມຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ). ຜ່ານການລົງປຸກລະດົມຢ່າງແຂງແຮງ ສາມາດນຳນັກຮຽນກັບຄືນມາຮຽນໄດ້ 159 ນ້ອງ, ແຕ່ຍັງມີນັກຮຽນປະລະຕົວຈິງ 756 ນ້ອງ. ສຳລັບອັດຕາປະລະຊັ້ນມັດທະຍົມຕອນຕົ້ນ ຢູ່ທີ່ 14.6% (ເກີນຄາດໝາຍສະພາ 12%). ບ້ານທີ່ມີນັກຮຽນປະລະສູງ ເຊັ່ນ: ບ້ານຫົວນາ (59 ຄົນ), ບ້ານນາແວນ (47 ຄົນ), ບ້ານນາໂສມ (26 ຄົນ), ບ້ານນາຊີງ (23 ຄົນ), ບ້ານນາຕານ (23 ຄົນ) ແລະ ບ້ານປາກຊອງ (22 ຄົນ).
ສາເຫດຕົ້ນຕໍຂອງການປະລະການຮຽນປະກອບມີ:

  • ດ້ານ ນັກຮຽນ: ຄ້ານຮຽນ, ບໍ່ຢາກຮຽນ (ກວມອັດຕາສ່ວນໃຫຍ່1% – 73.1%), ຮຽນອ່ອນ, ສອບຕົກ (ກວມ 22.77%) ແລະ ເສັງຕົກບໍ່ມາສະເໜີຕົວ.
  • ດ້ານເສດຖະກິດ-ຄອບຄົວ: ສະພາບເງິນເຝີ, ຄວາມຄາດເຂີນທາງເສດຖະກິດ, ພໍ່ແມ່ຍ້າຍບ່ອນທຳການຜະລິດ ຫຼື ໄປຮັບຈ້າງຕ່າງຖິ່ນ, ເດັກອອກໄປເປັນແຮງງານຢູ່ຕ່າງແຂວງ/ຕ່າງປະເທດ (ໄທ) ແລະ ການແຕ່ງງານກ່ອນໄວອັນຄວນ (ອາຍຸ 13-16 ປີ).
  • ດ້ານການຄຸ້ມຄອງ: ຜູ້ປົກຄອງຂາດການຕິດຕາມ, ປ່ອຍໃຫ້ລູກຫຼານຕິດໂທລະສັບ; ໂຮງຮຽນ ແລະ ຄູ-ອາຈານ ບາງບ່ອນຍັງຂາດການຕິດຕາມຊ່ວຍເຫຼືອນັກຮຽນອ່ອນ, ອາຄານສະຖານທີ່ ແລະ ອຸປະກອນການຮຽນ-ການສອນ (ກິລາ, ສິລະປະ) ຍັງບໍ່ທັນພຽງພໍ.

ສຳລັບມາດຕະການ ແລະ ທິດທາງແກ້ໄຂຢ່າງເດັດຂາດ

ເພື່ອສະກັດກັ້ນການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ, ກອງປະຊຸມໄດ້ເອກະພາບກັນຜັນຂະຫຍາຍ ຄຳແນະນຳ ເລກທີ 777/ຄປມ, ລົງວັນທີ 23 ກັນຍາ 2025 ຢ່າງເຂັ້ມງວດ ໂດຍກຳນົດທິດທາງ ແລະ ມາດຕະການຕົ້ນຕໍ ດັ່ງນີ້:

  • ການປັບປຸງຄຸນນະພາບການສອນ: ໃຫ້ໂຮງຮຽນ ມ.ສ ທັງ 9 ແຫ່ງ ວິເຄາະຄະແນນດິບແຕ່ລະວິຊາ, ຈັດຊົ່ວໂມງບຳລຸງນັກຮຽນອ່ອນ; ເນັ້ນວິທີການສອນແບບໃໝ່ທີ່ເອົານັກຮຽນເປັນກາງ, ນຳໃຊ້ເຕັກໂນໂລຊີ, ແລະ ສົ່ງເສີມກິດຈະກຳກິລາ-ສິລະປະ ເພື່ອກະຕຸ້ນໃຫ້ນັກຮຽນຢາກມາໂຮງຮຽນ.
  • ມາດຕະການດ້ານກົດໝາຍ ແລະ ການຄຸ້ມຄອງພົນລະເມືອງ: ກຳລັງ ປກສ ເມືອງ ແລະ ອຳນາດການປົກຄອງບ້ານ ຕ້ອງເຂັ້ມງວດກວດກາການເຄື່ອນຍ້າຍພົນລະເມືອງ, ຫ້າມດັດແປງເອກະສານ/ສຳມະໂນຄົວ/ອາຍຸ ເພື່ອໄປເຮັດວຽກ ຫຼື ແຕ່ງງານ. ຫ້າມອົງການປົກຄອງບ້ານ ເຊັນຢັ້ງຢືນເອກະສານການໄປເຮັດວຽກ ຫຼື ການແຕ່ງງານຂອງເດັກທີ່ມີອາຍຸຕ່ຳກວ່າ 18 ປີ ຢ່າງເດັດຂາດ.
  • ການສະກັດກັ້ນການນຳໃຊ້ແຮງງານເດັກ: ຫ້າມບໍລິສັດ, ໂຮງງານ, ຟາມ ແລະ ຫົວໜ່ວຍທຸລະກິດ ຮັບເອົາແຮງງານເດັກຕ່ຳກວ່າ 15 ປີ ຫຼື ນັກຮຽນໃນເກນອາຍຸເຂົ້າເຮັດວຽກ. ຫ້າມຜູ້ປົກຄອງນຳເອົາລູກຫຼານໃນໄວຮຽນ (ໂດຍສະເພາະຊັ້ນພາກບັງຄັບ ປ.1-ມ.4) ໄປນອນສະນຳ/ຢູ່ໄຮ່ສວນ ຫຼື ໄປເຮັດວຽກຮັບຈ້າງ ໃນໄລຍະເວລາຮຽນ.
  • ການສົ່ງເສີມວິຊາຊີບ ແລະ ຊ່ວຍເຫຼືອນັກຮຽນທຸກຍາກ: ສົ່ງເສີມໄວໜຸ່ມອາຍຸ 15-35 ປີ ທີ່ບໍ່ໄດ້ຮຽນຕໍ່ ໃຫ້ເຂົ້າຮຽນ/ຝຶກອົບຮົມວິຊາຊີບຂັ້ນພື້ນຖານ. ພ້ອມ ທັງໃຫ້ຂະແໜງການທີ່ກ່ຽວຂ້ອງ ເກັບກຳສະຖິຕິເດັກທຸກຍາກ ເພື່ອສະໜອງນະໂຍບາຍເບ້ຍລ້ຽງ, ອຸປະກອນການຮຽນ ແລະ ສົ່ງເສີມການຜະລິດກະສິກຳເພື່ອຫຼຸດຜ່ອນຄວາມທຸກຍາກຂອງຄອບຄົວ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ບຸນທະວີ ຊົງເຮີ ໄດ້ເນັ້ນໃຫ້ທຸກພາກສ່ວນ ທັງໂຮງຮຽນ, ອຳນາດການປົກຄອງບ້ານ, ຂະແໜງການກ່ຽວຂ້ອງ ແລະ ຜູ້ປົກຄອງ ຖືເອົາການແກ້ໄຂບັນຫານັກຮຽນປະລະການຮຽນ ເປັນພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນ ເພື່ອສ້າງການປ່ຽນແປງທີ່ດີຂຶ້ນ ແລະ ພັດທະນາຊັບພະຍາກອນມະນຸດຂອງເມືອງພຽງ ໃຫ້ມີຄຸນນະພາບຢ່າງຍືນຍົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa