ເມືອງແກ່ນທ້າວ ສຳເລັດກອງປະຊຸມ ຄູພັກສິ້ນປີຮຽນ ປະຈໍາສົກຮຽນ 2025-2026

ກອງປະຊຸມ ຄູພັກສິ້ນປີຮຽນ ປະຈໍາສົກຮຽນ 2025-2026 ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນບ່າຍວັນທີ 20 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຫົວໜ້າຄະນະຈັດຕັ້ງເມືອງ, ຄະນະຫ້ອງການ, ຄະນະອໍານວຍການໂຮງຮຽນພາກລັດ-ເອກະຊົນ ແລະ ຄູ-ອາຈານ ທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບປະຈໍາສົກຮຽນ 2025-2026 ແລະ ທິດທາງແຜນການປະຈໍາສົກຮຽນ 2026-2027. ເຊິ່ງສົກຮຽນຜ່ານມາມີຫຼາຍດ້ານພົ້ນເດັ່ນເປັນຕົ້ນແມ່ນ ສາມາດບັນລຸຄາດໝາຍຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໄດ້ເປັນສ່ວນຫຼາຍ, ຄູ-ອາຈານ ມີຄວາມຫ້າວຫັນ ແລະ ຮັກອາຊີບ. ພິເສດ ສາມາດຍາດໄດ້ອັນດັບທີ 1 ຈາກການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບແຂວງ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສຶກສາ. ດ້ານກິລາ-ສິລະປະ: ໄດ້ຮັບການພັດທະນາ ແລະ ຈັດຕັ້ງການແຂ່ງຂັນຢ່າງຟົດຟື້ນທັງພາຍໃນໂຮງຮຽນ, ກຸ່ມໂຮງຮຽນ ແລະ ລະດັບຕ່າງໆ. ດ້ານນະໂຍບາຍ ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ຄູສອນຢ່າງສົມເຫດສົມຜົນ ເຊັ່ນ: ກອງທຶນສະຫວັດດີການຄູ, ນະໂຍບາຍຄູສອນຫ້ອງຄວບ, ການຍ້ອງຍໍຜູ້ມີຜົນງານ, ແລະ ການເບີກຈ່າຍເງິນເດືອນໄດ້ຢ່າງທ່ວງທັນເວລາ ແລະ ດ້ານການພົວພັນຊຸມຊົນ ໄດ້ສົມທົບກັບທຸກພາກສ່ວນໃນສັງຄົມ ປຸກລະດົມທຶນຮອນ ແລະ ວັດຖຸປັດໄຈ ເພື່ອກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງ ເຊັ່ນ: ທາງເຂົ້າໂຮງຮຽນ, ອາຄານຮຽນ, ຫ້ອງນໍ້າ, ອ່າງລ້າງມື ແລະ ອຸປະກອນການຮຽນ-ການສອນ. ນອກຈາກນີ້, ກອງປະຊຸມ ຍັງໄດ້ເຊື່ອມຊຶມນິຕິກໍາສໍາຄັນ, ແບ່ງກຸ່ມຄົ້ນຄວ້າແລກປ່ຽນຄໍາຄິດຄໍາເຫັນ, ປະກາດສັບຊ້ອນບ່ອນປະຈໍາການຂອງຄູສອນ, ປະກາດແຕ່ງຕັ້ງຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕໍາແໜ່ງປະເພດ 6-7, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ.

ຕອນທ້າຍ, ທ່ານ ດຣ ບຸນຍັງ ພັນທະວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດນໍາໃນການຈັດຕັ້ງປະຕິບັດຕໍ່ໜ້າ ດັ່ງນີ້:

  1. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ.
  2. ເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນບັນດາຄາດໝາຍທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ.
  3. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນຂະແໜງການສຶກສາ-ກິລາ ພາຍໃນເມືອງ.
  4. ແກ້ໄຂບັນຫາຄູບໍ່ພຽງພໍ ໂດຍມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ສົມທົບກັບອົງການປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ.
  5. ຊຸກຍູ້ຂະບວນການແຂ່ງຂັນ “ສອນດີ-ຮຽນເກັ່ງ”, ສ້າງຕໍາແໜ່ງວິຊາການຄູ ແລະ ກໍ່ສ້າງນັກຮຽນເກັ່ງໄປແຂ່ງຂັນລະດັບຊາດ.
  6. ປັບປຸງປະສິດທິພາບການຮຽນ-ການສອນ ທຸກຊັ້ນຮຽນ (ອະນຸບານ, ປະຖົມ, ມັດທະຍົມ) ໃຫ້ມີຄຸນນະພາບສູງ ທຽບເທົ່າກັບຕົວເມືອງໃຫຍ່.
  7. ຮັກສາມູນເຊື້ອ “ໂຮງຮຽນຕົວແບບປອດສິ່ງເສບຕິດ” ແລະ ຂະຫຍາຍຜົນໄປຍັງໂຮງຮຽນທີ່ຍັງເຫຼືອ.
  8. ກະກຽມຄວາມພ້ອມຮອບດ້ານ ເພື່ອໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ 2026 ທີ່ຈະມາເຖິງ.
  9. ຄົ້ນຄວ້າການໂຮມໂຮງຮຽນທີ່ມີເງື່ອນໄຂ ເຂົ້າກັນ.
  10. ສືບຕໍ່ບໍາລຸງຍົກລະດັບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ໃຫ້ປະຊາກອນເກນອາຍຸ 15-30 ປີ ຢ່າງທົ່ວເຖິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa