


ງານແຂ່ງຂັນກິລາບານເຕະຊາຍ “KENTHAO CUP” (ລຸ້ນທົ່ວໄປ) ຄັ້ງທີ 1 ຊິງຂັນເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 29-30 ສິງຫາ 2026 ນີ້ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ ໂດຍແມ່ນໂຮງຮຽນປະຖົມສົມບູນ ນະພັດສອນ ເປັນເຈົ້າພາບຈັດການແຂ່ງຂັນ. ໃຫ້ກຽດເຂົ້າຮ່ວມຮັບຊົມມີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ, ທ່ານ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍ່ແຕ່ນ, ພ້ອມດ້ວຍບັນດາການນໍາພັກ-ລັດຂອງເມືອງແກ່ນທ້າວ, ຄະນະແຂກຖືກເຊີນຈາກເມືອງບໍ່ແຕນ, ທີມນັກກິລາ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນໃນຄັ້ງນີ້ ມີທີມນັກກິລາເຂົ້າຮ່ວມທັງໝົດ 13 ທີມ, ໂດຍແບ່ງອອກເປັນ 4 ສາຍ. ຕະຫຼອດການແຂ່ງຂັນແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ.ຜົນການແຂ່ງຂັນປະກົດວ່າ:
- ລາງວັນຊະນະເລີດ (ທີ 1): ໄດ້ແກ່ ທີມ ໝູນ້ອຍຊິດຕີ້ ໄດ້ຮັບຂັນເລຂາຄະນະບໍລິຫານງານພັກເມືອງ ພ້ອມເງິນສົດ 3,000,000 ກີບ.
- ລາງວັນຮອງຊະນະເລີດ (ທີ 2): ໄດ້ແກ່ ທີມ ບໍ່ແຕນມີໄຊ ໄດ້ຮັບເງິນລາງວັນ 2,000,000 ກີບ.
- ລາງວັນອັນດັບ 3: ໄດ້ແກ່ ທີມ ພອນທິດາ ກຣຸບ ໄດ້ຮັບເງິນລາງວັນ 1,000,000 ກີບ.
- ລາງວັນດາວຊັນໂວ (ຍິງປະຕູສູງສຸດ): ໄດ້ແກ່ ທ້າວ ພິທັກ ບຸດບົວທອງ ຈາກທີມ ໂຮງງານນໍ້າກ້ອນ ທະນາກອນ.
ນອກຈາກການແຂ່ງຂັນລຸ້ນທົ່ວໄປແລ້ວ, ພາຍໃນງານຍັງໄດ້ຈັດການແຂ່ງຂັນກິລາມິດຕະພາບ ເພື່ອເສີມສ້າງຄວາມສາມັກຄີ ລະຫວ່າງ ທີມການນໍາເມືອງແກ່ນທ້າວ ພົບກັບ ທີມນັກທຸລະກິດເມືອງ ແລະ ການແຂ່ງຂັນບານເຕະຍິງ ລະຫວ່າງ ທີມຄອບຄົວເມຍການນໍາເມືອງແກ່ນທ້າວ ພົບກັບ ທີມຄອບຄົວເມຍການນໍາເມືອງບໍ່ແຕນ ເຊິ່ງໄດ້ສ້າງຮອຍຍິ້ມ ແລະ ຄວາມຮັກແພງສາມັກຄີໃຫ້ກັບຜູ້ຮ່ວມງານເປັນຢ່າງດີ.