

ພິທີໄຂສົກຮຽນໃໝ່ສົກ 2026-2027 ຢູ່ເມືອງຊຽງຮ່ອນໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນແຂວງໄຊຍະບູລີ ໃນວັນທີ 1 ກັນຍາ 2026ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊນດແຂວງໄຊຍະບູລີ ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງເມືອງຊຽງຮ່ອນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ມີບັນດາທ່ານຫົວໜ້າຫ້ອງການ ຜູ້ບໍລິຫານການສຶກສາ, ຄູອາຈານ ອົງການປົກຄອງບ້ານ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ. ໃນພິທີໄຂສົກຮຽນໃໝ່ສົກ 2026-2027. ທ່ານນາງ ຄຳຜິວ ໄຊວຸດ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງ ໄດ້ລາຍງານຄວາມພ້ອມໃນການໄຂສົກຮຽນໃໝ່ ເຊີ່ງທ່ານໄດ້ກ່າວວ່າ: ທົ່ວເມືອງຊຽງຮ່ອນມີໂຮງຮຽນທັງໝົດ 84 ແຫ່ງ ມີໂຮງຮຽນອະນຸບານ 40 ແຫ່ງ, ໂຮງຮຽນປະຖົມ 34 ແຫ່ງ, ໂຮງຮຽນມັດທະຍົມ 10 ແຫ່ງ. ມີລັດຖະກອນຄູ-ອາຈານທັງໝົດ 403 ຄົນ, ຍິງ 211 ຄົນ. ໃນສົກຮຽນຜ່ານມາເຫັນວ່າວຽກງານການສຶກສາຍັງມີບັນຫາ ແລະ ຄວາມຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ອັດຕາປະລະຂອງນ້ອງນັກຮຽນ, ສະພາບດ້ານເສດຖະກິດທີ່ສົ່ງຜົນກະທົບຕໍ່ລະບົບການສຶກສາ, ການຂາດແຄນຄູສອນ, ອາຄານຮຽນ ແລະ ສັງຄົມຍັງບໍ່ໃຫ້ຄວາມສໍາຄັນຕໍ່ກັບວຽກງານສຶກສາ ເຖີງຢ່າງໄດກໍ່ຕາມ ຄະນະກຳມະການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງຍັງໄດ້ເອົາໃຈໃສ່, ຊຸກຍູ້ສົງເສີມວຽກງານການສຶກສາຢ່າງຕໍ່ເນື່ອງ. ໃນສົກຮຽນຜ່ານມາຍັງມີການຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ ຕາໜ່າງການສຶກສາໄດ້ຂະຫຍາຍໄປສູ່ຊົນນະບົດ ຄຸນນະພາບການສຶກສາໄດ້ຮັບການປັບປຸງດີຂື້ນເປັນກ້າວໆ ສະແດງອອກ ອັດຕາຂອງການເຂົ້າຮຽນຂອງເດັກ 3-5 ປີປະຕິບັດໄດ້ 81,8%, ອັດຕາເຂົ້າຮຽນລວມຊັ້ນປະຖົມ ປະຕິບັດໄດ້100%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 80% ແລະ ອັດຕາການເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍປະຕິບັດໄດ້34,6% ແລະ ພິທີໄຂສົກຮຽນໃນມື້ນີ້ ສຸດທີ່ມີຄວາມສໍາຄັນເຊີ່ງເປັນມື້ທໍາອິດ ທີ່ນ້ອງນ້ອຍນັກຮຽນໄດ້ມາທັກທາຍສະບາຍດີ ຄູ-ອາຈານ ໝູ່ເພື່ອນຫຼັງ ຈາກທີ່ໄດ້ພັກສິ້ນປີຮຽນໃນສົກຜ່ານມາ ເປັນມື້ທີ່ນ້ອງນ້ອຍນັກຮຽນມີຄວາມພາກພູມໃຈ ຈະໄດ້ເລີ່ມຕົ້ນການຮຽນໜັງສືໃນຊັ້ນຮຽນໃໝ່ຂອງຕົນ. ໂອກາດທີ່ທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ທ່ານໄດ້ກ່າວວ່າ: ໃນໂອກາດໄຂສົກຮຽນໃໝ່ 2026-2027ນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ຄະນະກຳມະການປົກຄອງເມືອງ, ຜູ້ບໍລິຫານການສຶກສາແລະ ກິລາທຸກຂັ້ນ, ຄູ-ອາຈານທຸກຄົນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ມີຄວາມສາມັກຄີພາຍໃນ, ພາຍນອກໃຫ້ກວ້າງຂວາງ, ຕ້ານແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນຂະແໜງການສຶກສາແລະ ກິລາ, ຮຽກຮ້ອງເຖິງນັກຮຽນຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນເພື່ອພັດທະນາຄວາມຮູ້-ຄວາມສາມາດຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ, ກາຍເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງຊາດ, ຮຽກຮ້ອງມາຍັງຜູ້ປົກຄອງນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ເປັນຄົນດີໃນສັງຄົມ, ຮູ້ຄຸນຄ່າຂອງການຮຽນ, ນໍາພາລູກຫຼານຂອງຕົນ ໃນເກນອາຍຸໄປເຂົ້າໂຮງຮຽນໃຫ້ໝົດທຸກຄົນ ແລະ ຮຽນຕໍ່ວິຊາຊີບໃຫ້ສູງຂຶ້ນ, ຮຽກຮ້ອງເຖິງອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ-ເອກະຊົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອການສຶກສາແລະ ກິລາ ຢູ່ທ້ອງຖິ່ນຂອງຕົນ ຖືເອົາວຽກງານການສຶກສາແລະ ກິລາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.