

ໃນລະຫວ່າງວັນທີ 1-2 ກັນຍາ 2026 ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ລົງເຜີຍແຜ່ ຜົນສໍາເລັດ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຢູ່ເມືອງທົ່ງມີໄຊ ເຊິ່ງນຳໂດຍທ່ານ ທ່ານ ພົຕ. ໄພວັນ ຈັນທະພົມມາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ ຂອງທ່ານ ພັອ. ສົມດີ ໄຊຍະລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາ ຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງທົ່ງມີໄຊ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຄະນະທີມງານຈາກສະພາປະຊາຊົນແຂວງ, ຄະນະກໍາມະການປົກຄອງຕາແສງ ຕະຫຼອດຮອດປະຊາຊົນ ຜູ້ມີສິດເລືອກຕັ້ງ ຢູ່ພາຍໃນເມືອງເຂົ້າຮ່ວມ. ເຂົ້າຮ່ວມຢ່າງພ້ອມພຽງ.
ເຊິ່ງໃນການເຜີຍແຜ່ຜົນສຳເລັດດັ່ງກ່າວໄດ້ແບ່ງອອກເປັນ 3ຈຸດຄື: ຈຸດທີ1 ຢູ່ທີ່ຫໍປະຊຸມບ້ານໃຫຍ່ຕາ່ແສງທົ່ງໃຫຍ່, ຈຸດທີ 2ຢູ່ສະໂມສອນຂອງເມືອງ ແລະ ຈຸດທີ 3 ຢູ່ທີ່ ຫໍປະຊຸມບ້ານໃໝ່ ຕາແສງ ມີໄຊ. ການລົງໄປແຕ່ລະຈຸດນັ້ນກໍ່ໄດ້ຮັບຟັງການລາຍງານ ສະພາບໂດຍສັງເຂບຈາກ ຄະນະນຳຂອງແຕ່ລະຈຸດ ເຊິ່ງໄດ້ສະແດງໃຫ້ເຫັນຈຸດພິເສດ, ບັນດາຜົນສໍາເລັດທີ່ພົ້ນເດັ່ນ ແລະ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ຜ່ານການຈັດຕັ້ງນໍາພາໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ພົຕ. ໄພວັນ ຈັນທະພົມມາ ສະມາຊິກສະພາແຫ່ງຊາດ ປະຈາໍເຂດເລືອກຕັ້ງທີ 7, ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ເຜີຍແຜ່ຜົນສໍາເລັດຕາມວາລະ ເຊິ່ງໄດ້ນໍາສະເໜີເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປະກອບມີ 3 ເນື້ອໃນ ເປັນຕົ້ນ: ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 33/ສພຊ, ລົງວັນທີ 10/07/2026 ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 34/ສພຊ, ລົງວັນທີ 10/07/2026 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ເຜີຍແຜ່ບາງເນື້ອໃນ ຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ. ຜ່ານການລົງພົບປະ ແລະ ເຜີຍແຜ່ໃນຄັ້ງນີ້, ທ່ານ ພົຕ. ໄພວັນ ຈັນທະພົມມາ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ, ຄະນະນໍາ ຂອງເມືອງ ໂດຍສະເພາະ ຄະນະກໍາມະ ການປົກຄອງຕາແສງ ທີ່ໄດ້ສຸມຄວາມເອົາໃຈໃສ່ນໍາພາ-ຊີນໍາວຽກງານຕາແສງ ໃຫ້ມີການພັດທະນາເປັນກ້າວໆ, ພ້ອມດຽວກັນນີ້, ຍັງໄດ້ໃຫ້ທິດຊີ້ນໍາ, ໃຫ້ການຊີ້ແຈງບາງຄໍາສະເໜີ ແລະ ຈະສືບຕໍ່ນໍາເອົາຄໍາສະເໜີຈາກຜູ້ມີສິດເລືອກຕັ້ງໃນຄັ້ງນີ້ ສັງລວມໄປມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊຸກຍູ້ ແລະ ແກ້ໄຂໄປຕາມແຕ່ລະຂັ້ນຕອນ.