


ໃນວັນທີ 13-14 ກັນຍາ 2026 ນີ້, ອົງການປົກຄອງບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ນໍາພາປະຊາຊົນ ກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ (ຮ່ອມ 3) ຢ່າງເປັນຂະບວນຟົດຟື້ນ.
ໂຄງການກໍ່ສ້າງດັ່ງກ່າວ ມີຄວາມຍາວທັງໝົດ 97 ແມັດ, ຄວາມກວ້າງ 4 ແມັດ ແລະ ຄວາມໜາ 0,10 ແມັດ. ມູນຄ່າການກໍ່ສ້າງລວມທັງໝົດ 77 ລ້ານກວ່າກີບ, ເຊິ່ງແມ່ນການສົມທົບທຶນຮ່ວມກັນລະຫວ່າງ ພາກລັດ ແລະ ປະຊາຊົນພາຍໃນບ້ານ ໃນນີ້, ພາກລັດ: ປະກອບສ່ວນ ປູນຊີມັງ ຈຳນວນ 270 ກວ່າຖົງ, ມູນຄ່າ 29 ລ້ານກວ່າກີບ ແລະ ປະຊາຊົນ: ປະກອບສ່ວນທຶນຮອນ, ວັດຖຸ-ອຸປະກອນ ແລະ ແຮງງານ ລວມມູນຄ່າທັງໝົດ 47 ລ້ານກວ່າກີບ.
ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກໃນຄັ້ງນີ້, ຖືເປັນຜົນງານອັນພົ້ນເດັ່ນໜຶ່ງໃນການສຸມໃສ່ພັດທະນາໂຄງລ່າງພື້ນຖານຢູ່ພາຍໃນບ້ານ, ເຊິ່ງຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການສັນຈອນໄປ-ມາຂອງປະຊາຊົນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພຍິ່ງຂຶ້ນກວ່າເກົ່າ.