


ໃນວັນທີ 15 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານສັງລວມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ພາຍໃນເມືອງ ຄັ້ງທີ I ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຈີນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ 30 ກວ່າທ່ານ.
ໂອກາດນີ້, ທ່ານ ຈີນດາ ກະທາທອງ ໄດ້ມີຄຳເຫັນກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານຂອງພັກ, ເປັນວຽກກົກ, ເປັນວຽກທີ່ເຮັດກ່ອນໝູ່ໝົດ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ ຕະຫຼອດຮອດອົງການຈັດຕັ້ງສັງຄົມ, ທັງເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດ. ວຽກງານຫາງສຽງສັງຄົມ ເປັນວຽກງານຍຸດທະສາດສຳຄັນຂອງພັກ, ເຊິ່ງຄະນະພັກທຸກຂັ້ນຕ້ອງກຳແໜ້ນບັນຫາທີ່ເປັນປະເດັນ ເພື່ອເປັນບ່ອນອີງໃນການວາງນະໂຍບາຍຕ່າງໆຂອງພັກ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນຍຸກສະໄໝໃໝ່. ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ມີຈຸດປະສົງເພື່ອເຮັດໃຫ້ບັນດາສະຫາຍໄດ້ຄົ້ນຄວ້າ, ເຊື່ອມຊຶມ ແລະ ຍົກລະດັບຄວາມຮູ້ພື້ນຖານດ້ານວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານສັງລວມ, ຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ທັງນີ້, ຕະຫຼອດໄລຍະເວລາ 1 ວັນຂອງການຝຶກອົບຮົມ, ບັນດານັກສຳມະນາກອນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ເຊື່ອມຊຶມ ຄວາມຮູ້ພື້ນຖານກ່ຽວກັບວຽກງານແນວຄິດ-ຫາງສຽງສັງຄົມ, ວິທີການຕິດຕາມ, ເກັບກຳ ແລະ ນຳໃຊ້ສະພາບແນວຄິດ-ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພື່ອນຮ່ວມງານວຽກງານຫາງສຽງສັງຄົມ, ວຽກງານຄົ້ນຄວ້າສັງລວມ ແລະ ການຕອບໂຕ້ຫາງສຽງສັງຄົມ.
ທ່ານ ຮອງເລຂາຄະນະບໍລິຫານງານພັກເມືອງ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມທັງໝົດ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງປະຕິບັດລະບຽບວາລະດຳເນີນພິທີຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ບັນລຸຜົນສຳເລັດຢ່າງຈົບງາມ.