ອົງການປົກຄອງເມືອງບໍ່ແຕນແຂວງໄຊຍະບູລີ ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານປະຈຳເດືອນ ສິງຫາ 2026

ໃນຕອນເຊົ້າຂອງວັນທີ 15 ກັນຍາ 2026 ນີ້ ອົງການປົກຄອງເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ ເດືອນ ສິງຫາ 2026 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ ,ຮອງຫົວໜ້າຫ້ອງການ, ປະທານ,ຮອງປະທານຕາແສງ ເຂົ້າຮ່ວມຢ່າງພ້ອມພຽງ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ປະທານກອງປະຊຸມ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໃນກອງປະຄັ້ງນີ້ທ່ານ ຄຳອຸ່ນ ສຸລິວົງ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ກໍ່ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໃນເດືອນ ສິງຫາ ແລະ ແຜນການ ເດືອນ ກັນຍາ2026.ກອງປະຊຸມອົງການປົກຄອງເມືອງ ໃນຄັງນີ້ເປັນກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານໃນໄລຍະ 1 ເດືອນຜ່ານມາຂອງອົງການປົກຄອງເມືອງບໍ່ແຕນ, ອົງການປົກຄອງເມືອງບໍ່ແຕນໄດ້ເອົາໃຈໃສຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບໂດຍພື້ນຖານ ນຳເອົາຜູ້ທີ່ພົວພັນຢາເສບຕິດເຂົາໂຮງຮຽນສຶກສາອົບຮົມ-ດັດສ້າງ ຈຳນວນ 2 ຄົນ. ເສດຖະກິດມີການຂະຫຍາຍຕົວຕາມທ່າແຮງຂອງເມືອງ ອາຊີບປະຊາຊົນສ່ວນຫຼາຍແມ່ນການປູກພືດ,ລ້ຽງສັດໃຫຍ່ປະເພດ ງົວ, ຄວາຍເປັນສິນຄ້າ ເພື່ອສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນໂດຍສະເພາະສິນຄ້າບໍລິໂພກ. ຕິດຕາມລົງຊຸກຍູ້ການປູກໝາກຂາມຫວານຂອງປະຊາຊົນ ມີເນື້ອທີ່ທັງໝົດ136,73 ເຮັກຕາ ໃນນັນປູກໃໝ່ 97,87 ເຮັກຕາ ເນື່ອທີ່ໃຫ້ຜົນຜະຫຼິດມີ 38,86 ເຮັກຕາ, ຜົນຜະຫຼິດໄດ້ 388,60 ໂຕນ, ປູກໝາກພ້າວ 38,46 ເຮັກຕາ, ປູກໃໝ່ 6,58 ແຮກຕາ, ເນື້ອທີ່່ໃຫ້ຜົນຜະຫຼິດ 31,88 ເຮັດຕາ, ຜົນຜະຫຼິດ 204,03 ໂຕນ. ການສັກຢາກັນພະຍາດສັດລ້ຽງປາກເປື່ອຍລົງເລັບ,ເຕົາໂຮມເລືອດ 1.080 ໂຕ, ພະຍາດອາຫິວາໝູໄດ້ 240 ໂຕ ມາຮອດປະຈຸບັນສາມາດຈັດເກັບລາຍຮັບມອບງົບປະມານໄດ້ 3.752 ລ້ານກີບເທົ່າກັບ 90,98 % ຂອງແຜນການປີ ໃນນີ້ຮັບຈາກສ່ວຍສາອາກອນ 3.623  ລ້ານກີບເທົາກັບ 90,02 % ແລະ ຊັບສິນຂອງລັດ 129 ລ້ານກວ່າກີບເທົ່າກັບ 129,66 % ປະຕິບັດລາຍຈ່າຍ 1.916 ລ້ານກວ່າກີບເທົ່າກັບ 6,15 % ວຽກງານວັດທະນະທຳ-ສັງຄົມແມ່ນໄດ້ເຄື່ອນໄຫວຖືກຕ້ອງຕາມໜ້າທີ່-ພາລະບົດບາດຂອງຕົນ. ກອງປະຊຸມຍັງໄດ້ຄົ້ນຄ້ວາ ກຳນົດທິດທາງແຜນການວຽກງານຈຸດສຸມ 1 ເດືອນຕໍ່ໜ້າ,ຈາກນັ້ນຜູ້ແທນກອງປະຊຸມແຕ່ລະຂົງເຂດວຽກງານ ກໍ່ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບທັງ 2 ພາກ ແລະ ໄດ້ຮັບຟັງການມີຄຳເຫັນຊີ້ນຳຂອງທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa