ຄະນະບໍລິຫານງານສະຫະພັນກໍາມະບານເມືອງໄຊສະຖານ ຈັດພິທີປະກາດສ້າງຕັ້ງກໍາມະບານຮາກຖານຕາແສງ ໄຊຊະນະ

ວັນທີ 8 ຕຸລາ 2026 ນີ້ ຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໄຊສະຖານ ໄດ້ຈັດພິທີປະກາດສ້າງຕັ້ງກໍາມະບານຮາກຖານຕາແສງ ໄຊຊະນະ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຕາແສງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາຊາຍ ໄຊຍະວົງ ກໍາມະການພັກເມືອງ ປະທານຄະນະກໍາມະການົກຄອງຕາແສງໄຊຊະນະ, ມີ ສະຫາຍ ວຽງໄຊ ແສງຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານສະຫະພັນກໍາມະບານເມືອງ, ມີ ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ພ້ທດ້ວຍສະມາຊິກພາຍໃນກໍາມະບານຮາກຖານຕາແສງໄຊຊະນະເຂົ້າຮ່ວມ.

ພິທີໃນຄັ້ງນີ້ພາຍຫຼັງທີ່ຈັດຕັ້ງພິທີໄດ້ສະເໜີຈຸດປະສົງແລ້ວ ທ່ານນາງ ອານຸສອນ ແສງສີວົງ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ 160/ສກມ, ລົງວັນທີ 6 ຕຸລາ 2026 ວ່າດ້ວຍການສ້າຕັ້ງກໍາມະບານຮາກຖານຕາແສງ ໄຊຊະນະ, ມະຕິຕົກລົງອົງຄະນະພັກຮາກຖານຕາແສງໄຊຊະນະ ເລກທີ 01/ຄປສຊນ, ລົງວັນທີ 2 ກັນຍາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະກໍາມະບານຮາກຖານຕາແສງໄຊຊະນະ, ມະຕິຕົກລົງເລກທີ 159/ສກມ, ລົງວັນທີ 6 ຕຸລາ 2026 ວ່າດ້ວຍການຮັບຮອງເອົາການບົ່ງຕົວແຕ່ງຕັ້ງຄະນະກໍາມະບານຮາກຖານຕາແສງໄຊຊະນະ ເຫັນດີຮັບຮອງເອົາ ສະຫາຍ ທອງແທ່ນ ບຸນມາເພັດ ເປັນປະທານກໍາມະບານຮາກຖານ, ສະຫາຍ ຕອນ ແສງປະເສີດ ເປັນຮອງປະທານກໍາມະບານຮາກຖານ ແລະ ຜູ້ກວດກາ ໃນພິທີຍັງໄດ້ມີການມອບຂໍ້ຕົກລົງ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ເຊິ່ງໃຫ້ກຽດມອບໂດຍ ວຽງໄຊ ແສງຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານສະຫະພັນກໍາມະບານເມືອງ.

ຕອນທ້າຍຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ຄໍາຊາຍ ໄຊຍະວົງ ກໍາມະການພັກເມືອງ ປະທານຄະນະກໍາມະການົກຄອງຕາແສງໄຊຊະນະ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa