ເມືອງປາກລາຍ ເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງ ຄັ້ງທີ VIII ແລະ ກອງປະຊຸມວຽກງານກວດກາ5ປີທົ່ວແຂວງ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງ ຄັ້ງທີ VIII ແລະ ກອງປະຊຸມວຽກງານກວດກາ5ປີທົ່ວແຂວງໄຊຍະບູລີ.ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2026 ຢູທີ່ຫ້ອງປະຊຸມໃຫຍ່ຂອງ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍພາຍໃຕ້ການເປັນປະທານ ສະຫາຍ ຄໍາຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜາ້ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງປາກລາຍ. ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະບໍລິຫານງານພັກຮາກຖານຕາແສງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານລັດຖະກອນ,ທະຫານ, ຕຳຫຼວດ ສຳນັກງານອົງການ, ກົມກອງ ເລຂາພັກບ້ານເທດສະບານເຂົ້າຮ່ວມ.

ຈຸດປະສົງ ເພື່ອນໍາພາສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກເມືອງ ໄດ້ຮັບຟັງ ແລະ ກໍາແໜ້ນບັນດານິຕິກໍາຂອງສູນກາງພັກໃນໄລຍະໃໝ່ຢ່າງເລິກເຊິ່ງ ແລະ ຖືກຕ້ອງ. ພ້ອມທັງເປັນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ໃນທິດທາງການນໍາພາ-ຄຸ້ມຄອງ ເຂົ້າໃນວຽກງານຈັດຕັ້ງ,ວຽກງານກວດກາ ການປົກຄອງແຕ່ລະຂັ້ນໃຫ້ໄປລວງດຽວກັນ ເພື່ອນໍາເອົາບັນດາເນື້ອໃນຈິດໃຈດັ່ງກ່າວໄປຈັດຕັ້ງປະຕິບັດໃນການນໍາພາ-ຄຸ້ມຄອງ ກໍຄືວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa