ປກສ ເມືອງ ໄຊຍະບູລີ ສະຫຼຸບຕີລາຄາການນຳພາຊີ້ນຳວຽກງານພັກ, ວຽກງານການເມືອງ ປະຈຳໄຕມາດ III ແລະ ທິດທາງແຜນການຈຸດສຸມໄຕມາດIV ປີ 2026

ໃນວັນທີ 13 ຕຸລາ 2026 ນີ້ ກອງບັນຊາການ ປກສ ເມືອງ ໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນຳພາຊີ້ນຳວຽກງານພັກ, ວຽກງານການເມືອງ ປະຈຳໄຕມາດ III ແລະ ທິດທາງແຜນການຈຸດສຸມໄຕມາດIV ປີ 2026ຂື້ນ. ໂດຍການເປັນປະທານຂອງສະຫາຍ ພັທ ຄຳໄມ່ ພັນກ້າ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ແຂກທີ່ຖືກເຊີນ ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ພັທ ຄຳໄມ່ ພັນກ້າ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂື້ນກ່າວເປີດກອງປະຊຸມພ້ອມທັງຜ່ານບົດສະຫຼຸບຕີລາຄາການນຳພາຊີ້ນຳວຽກງານພັກ, ວຽກງານການເມືອງ ປະຈຳໄຕມາດ III ແລະ ທິດທາງແຜນການຈຸດສຸມໄຕມາດIV ປີ 2026 ບາງຕອນທ່ານໃຫ້ຮູ້ວ່າ: ຄະນະພັກຮາກຖານກອງບັນ​ຊາ​ການ ປກ​ສ ເມືອ​ງໄຊ​ຍະ​ບູ​ລີ ມີຂອບເຂດການນໍາພາ ກວມເອົາ 04 ໜ່ວຍພັກ, 06 ພະ​ແນກ, 01 ຫ້ອງການກອງບັນຊາການ, 12 ຫ້ອງ​ການ ປກ​ສ ກຸ່ມ​ບ້ານ ແລະ 70 ໜ່ວຍງານຂື້ນກັບ ປະກອບມີ 01 ຄະນະພັກຮາກຖານ, ມີຄະນະພັກຮາກຖານ 05 ສະຫາຍ, ຍິງ 01 ສ​ະ​ຫາຍ, ທົ່ວກອງ​ບັນ​ຊາ​ການ ປກ​ສ ເມືອງ​​ໄຊ​ຍະ​ບູ​ລີ ​ປະ​ກອບມີ​ນາຍ ແລະ ພົນ​ຕຳຫຼວດທັງໝົດ 196 ສະຫາຍ, ຍິງ 43 ສະຫາຍ, ມີສະມາຊິກພັກທັງໝົດ 187 ສະຫາຍ, ຍິງ 40 ສະຫາຍ, ສະມາຊີກພັກສົມບູນ 185 ສະຫາຍ, ຍິງ 40 ສະຫາຍ, ສະມາຊີກພັກສໍາຮອງ 02 ສະຫາຍ, ຍິງ 0 ສ​ະ​ຫາຍ, ນໍາພາ-ຊີ້ນໍາ 02 ອົງການຈັດຕັ້ງມະຫາຊົນຄື: ອົງການຈັດຕັ້ງຮາກຖານຊາວໜຸ່ມ ແລະ ອົງການສະຫະພັນແມ່ຍິງຮາກຖານ, ຕະຫຼອດໄລຍະຜ່ານມາຄະນະພັກໄດ້ຍົກສູງວຽກງານສືກສາອົບຮົມທາງດ້ານການເມືອງເປັນບັນຫາກົກ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ເພື່ອສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍການນໍາພາເຊື່ອມຊືມມະຕິຕ່າງໆຂອງພັກ, ກົດໝາຍຂອງລັດ ແລະ ເອກະສານມູນເຊື້ອຂອງພັກ-ຂອງຊາດ, ຂອງກໍາລັງປະກອບອາວຸດເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດ-ສັດຊື່ຕໍ່ພັກຕໍ່ປະຊາຊົນ, ມີລະບຽບວິໄນ, ດໍາລົງຊີວິດປອດໃສຂ່າວສະອາດ ກາຍເປັນກໍາລັງປະກອບອາວຸດທີ່ໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ, ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າ ໂດຍອີງຕາມຄໍາສັ່ງເລກທີ 27/ນຍ, ຄໍາສັ່ງແນະນໍາເລກທີ 137/ຈຂ.ຊຍ  ແລະ ຄຳແນະນຳ ເລກທີ 451/ຈມ.ຊຍ ວ່າດ້ວຍການຈັດລະບຽບສັງຄົມ, ຜ່ານການຈັດຕັ້ງປະຕິບັດໄດ້ເຮັດໃຫ້ສັງຄົມມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍດີ, ກໍລະນີ ເຫດການເກີດຂຶ້ນກໍ່ໄດ້ຮັບການແກ້ໄຂຢ່າງທັນການຄື: ມີອາຊະຍາກໍາທົ່ວໄປ ເກີດຂື້ນທັງໝົດ 15 ລາຍ (ບໍ່ນັບຄະດີຢາເສບຕິດ)  ພົ້ນເດັ່ນແມ່ນ: ຄະດີການຫາປາ ຫຼືສັດນ້ຳອື່ນໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ 04 ລາຍ, ການລັກຊັບ 06 ລາຍ, ການຖາງປ່າ, ຈູດປ່າໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຈັບຈອງທີ່ດິນບໍ່ຖືກຕ້ອງຕາມກົດໝາຍ 1 ລາຍ,​ ການທໍາຮ້າຍຮ່າງກາຍ 01 ລາຍ, ການຂຸດຄົ້ນແຮ່ທາດທໍາມະຊາດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ 01 ລາຍ, ການກະທຳຜິດທາງໂທລະຄົມ (ຄໍເຊັນເຕີ) 01 ລາຍ, ຄະດີເຮັດໃຫ້ຜູ້ອື່ນເສຍຊີວິດ 01 ລາຍ, ການປ້ອງກັນສະກັດກັ້ນ ແລະ ຕ້ານອາຊະຍາກໍາຢາເສບຕິດ: ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມ 06 ວຽກຈຸດສຸມ ໃນນີ້ໄດ້ແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນການຄອບຄອງ ໄດ້ 06 ລາຍ; ກັກຕົວຜູ້ກະທໍາຜິດໄດ້ 08 ຄົນ, ການມີໃບກະທ່ອມໄວ້ໃນການຄອບຄອງ 01 ລາຍ ມີ 02 ຄົນ ຍິງ 01 ຄົນຍືດຂອງກາງໄດ້: ຢາບ້າ 357 ເມັດ,​ ຢາຝິ່ນ 02 ກ້ອນນ້ອຍ,​ ລົດຈັກ 01 ຄັນ, ໂທລະສັບ 05 ໜ່ວຍ, ໃບກະທ່ອມ 15 ກິໂລ ນໍ້າຢາຫົວເຊື້ອ 322 ລອດ ຢາສູບໄຟຟ້າ 02 ຫຼອດ.ອຸປະກອນການເສບຢາ 05 ບັ້ງ ແລະ ອຸປະກອນເສບຢາຝິ່ນ 01 ຊຸດ ນອກນັ້ນ, ໄດ້ແກ້ໄຂຜູ້ເສບດ້ວຍການສືກສາອົບຮົມປະຕິບັດດັດສ້າງ-ບໍາບັດມີ ຈໍານວນ 72 ຄົນ, ຍິງ 06 ຄົນ, ການປ້ອງກັນສະກັດກັ້ນ ແລະ ແກ້ໄຂອຸປະຕິເຫດ: ເອົາໃຈໃສ່ຈັດຕັ້ງກໍາລັງປະຈໍາປ້ອມ, ປະຈໍາການແກ້ໄຂຄະດີອຸປະຕິເຫດ ເປັນປົກກະຕິ, 03 ເດືອນຜ່ານມາມີອຸປະຕິເຫດເກີດຂື້ນທັງໝົດ 12 ຄັ້ງ; ຜົນເສຍຫາຍ: ພະຫະນະເປ່ເພທັງໝົດ 20 ຄັນ ໃນນີ້ເປ່ເພເລັກນ້ອຍ 08ຄັນ, ເປ່ເພສົມຄວນ 12 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 16 ຄົນ ໃນນີ້ບາດເຈັບເລັກນ້ອຍ 03 ຄົນ, ບາດເຈັບສົມຄວນ 11 ຄົນ,​ບາດເຈັບສາຫັດ 02 ຄົນ ແລະ ເສຍຊີວິດ 01 ຄົນ, ພ້ອມນີ້ໃນກອງປະຊຸມປະທານກອງປະຊຸມກໍ່ໄດ້ມີຄຳເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ໃນກອງປະຊຸມຢ່າງກົງໄປກົງມາ, ຈາກນັ້ນສະຫາຍ ພັທ ແສງຈັນ ສີສົມບັດ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຊົ່ວຄາວຂອງກອງບັນຊາການ ປກສ ເມືອງ ໄຊຍະບູລີ ວ່າດ້ວຍການຍົກຍ້າຍຊັບຊ້ອນພະນັກງານ, ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ, ຜ່ານລັດຖະດຳລັດປະທານປະເທດສະບັບເລກທີ 326/ປປທ ວ່າດ້ວຍການປະດັບຫຼຽນໄຊທີ່ລະລືກ 50 ປີ ວັນສະຖາປານາ ສປປລາວ, ຜ່ານໃບມອບສິດ ນາຍຍົກລັດຖະມົນຕີສະບັບເລກທີ 272/ນຍ, ຕອນທ້າຍກອງປະຊຸມສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa