ເມືອງປາກລາຍ ແຂວງໄຊຍະບູລີ ຈັດງານບຸນປະເພນີອອກພັນສາປະວໍລະນາ ແລະ ແຂ່ງຂັນເຮືອຊ່ວງ ປະຈຳປີ ພສ 2569 ຢ່າງຄຶກຄື້ນມ່ວນຊື່ນ

ໃນວັນທີ 27 ຕຸລາ 2026 ນີ້, ຢູ່ທີ່ຜາມໄຊທ່າເຮືອໃຫຍ່ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີເປີດງານບຸນປະເພນີອອກພັນສາປະວໍລະນາ ແລະ ການແຂ່ງຂັນເຮືອຊ່ວງປະຈຳປີ ພສ 2569 ຢ່າງເປັນທາງການ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂີພະຍານໃນພິທີດັ່ງກ່າວ ມີ ທ່ານ ອາເມຊົງ ເຍັຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງປາກລາຍ, ທ່ານ ບຸນສົງ ລາດຊະວົງ ປະທານຄະນະກໍາມະການປົກຄອງເມືອງປາກລາຍ, ທ່ານ ວິຊຽນ ວົງດາລາ ຮອງປະທານຄະນະກໍາມະການປົກຄອງເມືອງ ປະທານຈັດງານບຸນ, ພ້ອມດ້ວຍບັນດາທ່ານການນໍາຂອງເມືອງ, ເມືອງອ້ອມຂ້າງ, ເມືອງຕ່າງແຂວງ, ອຳເພີບ້ານໂຄກ, ພະນັກງານອາວຸໂສບໍານານ, ນັກທຸລະກິດ, ຜູ້ປະກອບການ, ອົງການປົກຄອງບ້ານ, ທັບນັກກິລາສີພາຍ, ຕະຫຼອດຮອດພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນຊາວເມືອງປາກລາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ຄະນະຮັບຜິດຊອບການຈັດງານໃຫ້ຮູ້ວ່າ: ການຈັດງານບຸນປະເພນີອອກພັນສາປະວໍລະນາ ແລະ ແຂ່ງຂັນເຮືອຊ່ວງປະຈຳປີນີ້ ຈັດຂຶ້ນເພື່ອເປັນການອະນຸລັກ, ສືບທອດ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ໃຫ້ຄົງຢູ່ຄູ່ກັບຊາວເມືອງປາກລາຍ, ທັງເປັນການສ້າງຄວາມສາມັກຄີປອງດອງລະຫວ່າງການນຳ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວ ແລະ ສ້າງບັນຍາກາດຟົດຟື້ນໃຫ້ແກ່ເສດຖະກິດ-ສັງຄົມພາຍໃນເມືອງ.

ສຳລັບການແຂ່ງຂັນເຮືອຊ່ວງໃນປີນີ້ ໄດ້ຮັບຄວາມສົນໃຈ ແລະ ມີບັນຍາກາດການຊຸມແຊວເຊຍກັນຢ່າງມ່ວນຊື່ນ ໂດຍມີ ຈຳນວນເຮືອເຂົ້າຮ່ວມແຂ່ງຂັນຈາກພາຍໃນເທດສະບານເມືອງທັງໝົດ 20 ລຳ, ໃນນັ້ນປະກອບມີ ເຮືອຊ່ວງເພດຍິງ 10 ລຳ ແລະ ເຮືອຊ່ວງເພດຊາຍ 10 ລຳ, ເຊິ່ງແຕ່ລະລຳຕ່າງກໍສຸມກຳລັງກັນງັດເອົາເຕັກນິກ ແລະ ຄວາມເຂັ້ມແຂງຂອງສີພາຍມາປະຊັນກັນຢ່າງດຸເດືອດສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຊົມ ແລະ ມາເຊຍຕະຫຼອດລຽບຝັ່ງແມ່ນ້ຳຂອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa