ບໍລິສັດເບຍລາວ ມອບເຄື່ອງອຸປະຖຳສະໜັບສະໜູນງານບຸນຊ່ວງເຮືອ ເມືອງພຽງ ແຂວງໄຊຍະບູລີ.

ໃນວັນທີ 1 ພະຈິກ 2026 ທີ່ຫ້ອງວ່າການເມືອງພຽງ ແຂວງໄຊຍະບູລີ ໄດ້ມີພິທີມອບ-ຮັບເຄື່ອງອຸປະຖຳ ລະຫວ່າງ ບໍລິສັດ ເບຍລາວ ແລະ ທາງການເມືອງພຽງ ເພື່ອສະໜັບສະໜູນການຈັດງານບຸນຊ່ວງເຮືອປະເພນີປະຈຳປີ 2026 ໃຫ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມໂດຍຕາງໜ້າມອບໂດຍຕາງໜ້າບໍ່ລິສັດເບຍລາວ ແລະ ຕາງໜ້າຮັບໂດຍທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງພ້ອມບັນດາການນຳເມືອງ.
​ໃນການສະໜັບສະໜູນຄັ້ງນີ້, ທາງບໍລິສັດເບຍລາວໄດ້ມອບຜະລິດຕະພັນເຄື່ອງດື່ມ ແລະ ອຸປະກອນໂຄສະນາຕ່າງໆ ລວມມູນຄ່າທັງໝົດ 14,100,000 ກີບ ໂດຍມີລາຍລະອຽດດັ່ງລຸ່ມນີ້:
​ປະເພດເບຍ:
​ເບຍລາວ ກະປ໋ອງ 330 ມລ ຈຳນວນ 15 ແກັດ (ມູນຄ່າ 4,545,000 ກີບ).
​ເບຍລາວໂກລດ ກະປ໋ອງ 330 ມລ ຈຳນວນ 5 ແກັດ (ມູນຄ່າ 1,425,000 ກີບ).
​ປະເພດນໍ້າດື່ມ ແລະ ເຄື່ອງດື່ມອັດລົມ:
​ນໍ້າດື່ມ TGH ຈຳນວນ 20 ແກັດ (ມູນຄ່າ 1,360,000 ກີບ).
​ເປັບຊີ ລາຍມ໌ (Pepsi lime) ຈຳນວນ 6 ແກັດ (ມູນຄ່າ 660,000 ກີບ).
​ມິລິນດາ ບລູ (Mirinda Blue) ຈຳນວນ 6 ແກັດ (ມູນຄ່າ 660,000 ກີບ).
​ອຸປະກອນໂຄສະນາ ແລະ ປ້າຍຕ່າງໆ (POSM):
​ປ້າຍໂຄສະນາຂ້າມຖະໜົນ ຂະໜາດ 1×8 ແມັດ ຈຳນວນ 2 ຜືນ (ມູນຄ່າ 4,400,000 ກີບ).
​ປ້າຍລາງວັນ ຂະໜາດ 35×70 ຊມ ຈຳນວນ 3 ອັນ (ມູນຄ່າ 1,050,000 ກີບ).
​ການມອບອຸປະຖຳໃນຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນຈາກ ບໍລິສັດ ເບຍລາວ ໃນການສົ່ງເສີມວັດທະນະທຳຮີດຄອງປະເພນີການແຂ່ງຂັນເຮືອຊ່ວງ ເຊິ່ງເປັນມູນມໍດົກທາງວັດທະນະທຳອັນດີງາມຂອງທ້ອງຖິ່ນ ໃຫ້ສືບຄົງຢູ່ຄູ່ກັບຊາວເມືອງພຽງຕະຫຼອດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa