

ວັນທີ 31 ຕຸລາ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ສໍາເລັດການດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ III ລົງຢ່າງເປັນທາງການ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນເຄິ່ງ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ຜູ້ຊີ້ນໍາເມືອງໄຊສະຖານ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ອົງຄະນະພັກຕາແສງ 3 ຕາແສງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ສໍານັກງານ, ອົງການ, ກົມກອງ, ຫົວໜ້າຫ້ອງການທີ່ບໍ່ແມ່ນເລຂາໜ່ວຍພັກເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ສະຫາຍ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການແລ້ວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ III, ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026. ພ້ອມນີ້ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມຕໍ່ກັບການຈັດປະຕິບັດວຽກງານໃນໄລຍະຜ່ານມາເພື່ອໃຫ້ບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດ-ເຫັນ. ຮັບຟັງການມີຄໍາເຫັນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຕິດຕາມຊຸກຍູ້ການຜະລິດພືດລະດູຝົນ, ການຄຸ້ມຄອງປ່າໄມ້ ແລະ ການຂື້ນທະບຽນພິມສັດ, ການຄຸ້ມຄອງລາຄາສິນຄ້າ, ການເກັບຊື້ຜົນຜະລິດພືດກະສິກໍາ-ອຸດສາຫະກໍາ ຕາມລະດູການ, ການແກ້ໄຂສິນຄ້າໝົດອາຍຸ ແລະ ການສະກັດກັ້ນລັກລອບເຄື່ອນຍ້າຍສິນຄ້າ ແລະ ສັດອອກຈາກເມືອງແບບບໍ່ຖືກຕ້ອງ, ການຈັດຕັ້ງແຜນງົບປະມານ, ການລົງປັກມຸດຕອນດິນ, ການຈັດຕັ້ງປະຕິບັດໂຄງການກໍ່ສ້າງການລົງທຶນຂອງລັດ ການແກ້ໄຂທາງສຸກເສີນ ແຜນການແກ້ໄຂບັນດາໂຄງການຈັດຕັ້ງປະຕິບັດຫຼ້າຊ້າ ແລະ ບໍ່ປະຕິບັດຕາມສັນຍາ ແຜນການປັບປຸງພັດທະນາຜັງບ້ານພາຍໃນເທດສະບານເມືອງ, ການລົງປຸກລະດົມນັກຮຽນໃຫ້ມາເຂົ້າຮຽນ ແລະ ການກຽມສ້າງຕັ້ງໂຮງຮຽນສາມັນວິຊາຊີບການວາງແຜນພັດທະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຜົ່າ ຕິດພັນກັບການສົ່ງເສີມ ອານຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງເຜົ່າໄປຼ່ ແລະ ປົກປັກຮັກສາສິ່ງແວດລ້ອມ, ການຕ້ານ,ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຊາຍໜຸ່ມ-ຍິງໜຸ່ມພາຍໃນເມືອງ, ການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ. ພ້ອມນີ້ບັນດາຜູ້ແທນກອງປະຊຸມແຕ່ລະຂົງເຂດວຽກງານໄດ້ມີການປະກອບຄໍາຄິດ-ເຫັນ ເປີດກວ້າງຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນໄດ້ບັນຫາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້ ປະທານກອງປະຊຸມຍັງໄດ້ມີການສັງລວມຄໍາຄິດ-ເຫັນ ຂອງຜູ້ແທນກອງປະຊຸມທີ່ໄດ້ມີການປະກອບຄໍາຄິດເຫັນຕໍ່ກອງປະຊຸມເພື່ຶອສັງລວມບັນຫາ ແລະ ວິທີແກ້ໄຂໃນຕໍ່ໜ້າຕື່ມອີກ.
ຕອນທ້ານຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ຜູ້ຊີ້ນໍາເມືອງໄຊສະຖານ.