

ກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ປະຈໍາປີ 2026-2030 ໄດ້ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-7 ພະຈິກ 2026 ນີ້. ຢູ່ທີ່ສະໂມສອນເມືອງເງິນ, ແຂວງໄຊຍະບູລີ, ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ມີສະຫາຍ ຮອງເລຂາພັກແຂວງ ສະຫາຍ ກໍາມະການປະຈໍາພັກແ’ຂວງ, ກໍາມະການພັກແຂວງ, ຄະນະທິມງານຂອງແຂວງ ເລຂາພັກເມືອງ ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ-ຮອງເລຂາ ຄະນບໍລິຫານງານພັກຮາກຖານຕາແສງ; ຫົວໜ້າ ຮອງຫົວໜ້າຫ້ອງການ ອົງການ ກົມກອງ, ດ່ານສາກົນນໍ້າເງິນ ,ໂຮງຮຽນ ໂຮງໜໍ ເຂົ້າຮ່ວມ.
ສະຫາຍ ຫຸມ ມະໄລຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ, ຈາກນັ້ນ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຂື້ນເຊື່ອມຊືມເອກະສານ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະປີ 2026-2030 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ທັງເປັນການປະເມີນ, ຄັດເລືອກ ແລະ ຢັ້ງຢືນໂຄງປະກອບບຸກຄະລາກອນ ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຫ້າວຫັນ ເພື່ອວາງແຜນກໍ່ສ້າງ ແລະ ຈັດວາງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.ໃນການສືບທອດປ່ຽນແທນໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ຈາກນັ້ນ, ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມາດຕະຖານລວມ, ມາດຕະຖານສະເພາະຂອງຄະນະບໍລິຫານງານພັກເມືອງ, ກໍາມະການປະຈໍາພັກເມືອງ, ເລຂາ-ຮອງເລຂາພັກເມືອງ, ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ສະມາຊິກພາປະຊາຊົນແຂວງ ປະຈໍາເມືອງ, ພ້ອມທັງດຳເນີນການທາບທາມໂຄງຮ່າງບຸກຄະລາກອນໃນແຕ່ລະຕຳແໜ່ງງານ ຢ່າງມີປະຊາທິປະໄຕ, ໂປ່ງໃສ ແລະ ຖືກຕ້ອງຕາມ ລະບຽບການ ໂດຍເລັງໃສ່ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້ຄວາມສາມາດຢ່າງຮອບດ້ານ ເພື່ອຊີ້ນຳ-ນຳພາ ເມືອງເງິນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.