

ຕອນເຊົ້າຂອງວັນທີ 17 ພະຈິກ 2026 ນີ້ທີຫໍປະຊຸມຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານການຈັດສົ່ງແຮງງານໄປເຮັດວຽກຕາມລະດູການຢູ່ປະເທດ ສ.ເກົາຫຼີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໜູນພອນ ໄຊປັນຍາຈິດ ຫົວໜ້າໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ,ມີຮອງປະທານຄະນະກໍາມະການປົກຄອງເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພະນັກງານວິຊາການ ເມືອງປາກລາຍ,ເມືອງທົ່ງມີໄຊ,ເມືອງແກ່ນທ້າວ,ເມືອງບໍ່ແຕນ,ເມືອງພຽງ ພ້ອມດວ້ຍບໍລິສັດຈັດຫາງານເຂົ້າຮວ່ມ.
ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຜົນງານຜ່ານມາ, ທົບທວນຄືນຂະບວນການ ແລະ ວິທີການປະສານງານຂອງແຕ່ລະຂັ້ນ, ການຄັດເລືອກ, ການສໍາພາດແຮງງານ, ກະກຽມບັນດາເອກະສານທີ່ກ່ຽວຂ້ອງ, ການອົບຮົມແຮງງານ ແລະ ນຳສົ່ງແຮງງານໄປສາທາລະນະລັດເກົ້າຫຼີ. ພ້ອມທັງຮ່ວມກັນຖອດຖອນບົດຮຽນ, ກຳນົດດ້ານດີ, ຈຸດອ່ອນ, ບັນຫາ ແລະ ອຸປະສັກຕ່າງໆ ທີ່ເກີດຂຶ້ນ ເພື່ອນຳໄປປັບປຸງ, ແກ້ໄຂວຽກງານໃຫ້ມີຄວາມໂປ່ງໃສ, ມີປະສິດທິຜົນ ແລະ ວ່ອງໄວຂຶ້ນ. ການນຳສົ່ງແຮງງານໄປເຮັດວຽກຢູ່ ປະເທດ ສ. ເກົາຫຼີ ຍັງເປັນວຽກງານທີ່ມີຄວາມສຳຄັນຫຼາຍ ຕໍ່ກັບການສ້າງລາຍຮັບໃຫ້ປະຊາຊົນ, ສ້າງໂອກາດການມີວຽກເຮັດງານທຳ, ສ້າງແຮງງານໃຫ້ມີການພັດທະນາສີມື ແລະ ຍົກລະດັບທັກສະວິຊາຊີບຂອງແຮງງານລາວ .ເປີດໂອກາດໃຫ້ແຮງງານລາວໄດ້ຮຽນຮູ້ວິຊາການ, ລະບຽບວິໄນ, ເຕັກໂນໂລຊີ ແລະ ຮູບແບບການເຮັດວຽກທີ່ທັນສະໄໝ. ດັ່ງນັ້ນ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງອາໄສການຮ່ວມມືຢ່າງໃກ້ຊິດ ລະຫວ່າງພາກລັດ, ບັນດາບໍລິສັດ, ນາຍຈ້າງ, ແຮງງານ ແລະ ພາກສ່ວນອື່ນໆ. ທຸກຂັ້ນຕອນຕ້ອງດຳເນີນໄປຕາມກົດໝາຍ, ຫຼັກການ, ລະບຽບການ ແລະ ສັນຍາທີ່ກ່ຽວຂ້ອງ; ຕ້ອງໃຫ້ຄວາມສຳຄັນຕໍ່ສິດ, ຜົນປະໂຫຍດ, ຄວາມປອດໄພ ແລະ ກຽດສັກສີຂອງແຮງງານເປັນຫຼັກ. ກອງປະຊຸມຄັ້ງນີ້ຍັງໄດ້ຈົ່ງສຸມໃສ່ປຶກສາຫາລື, ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ, ພ້ອມທັງຮ່ວມກັນສະເໜີມາດຕະການ ແລະ ແນວທາງວິທີການແກ້ໄຂ ເພື່ອຖອດຖອນບົດຮຽນການນໍາສົ່ງແຮງງານໄປສາທາລະນະລັດເກົາຫຼີ ຮ່ວມກັບບັນດາບໍລິສັດ ໃຫ້ປະສົບຜົນສຳເລັດດ້ວຍດີ, ໄດ້ຮັບໝາກຜົນຕາມຈຸດປະສົງ ແລະ ສາມາດກຳນົດແນວທາງການຮ່ວມມືໃນໄລຍະຕໍ່ໄປໃຫ້ມີຄວາມຊັດເຈນຍິ່ງຂຶ້ນ.