

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2026 ນີ້, ກອງບັນຊາການທະຫານເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີໄຂການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໄລຍະສັ້ນ ປະຈຳປີ 2026 ໃຫ້ແກ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ຢ່າງເປັນທາງການ.
ເຂົ້າຮ່ວມເປັນປະທານໃນພິທີໂດຍ ສະຫາຍ ພົນຈັດຕະວາ (ພົວ) ປອ ບຸນຍອງ ດວງດີ ຮອງປະທານກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ; ມີ ສະຫາຍ ພັນເອກ ຄຳຜຸຍ ໝື່ນດວງ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ຄຳຝັ້ນ ວົງສະຫວັນ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງປາກລາຍ. ນອກຈາກນີ້, ຍັງມີທີມງານຈາກກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງປາກລາຍ, ແຂກຖືກເຊີນ, ພ້ອມດ້ວຍຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມຢ່າງພ້ອມເພງ.
ໃນພິທີ, ສະຫາຍ ພັນໂທ ສົມຈິດ ຄົງທະສັນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງປາກລາຍ ໄດ້ຂຶ້ນຜ່ານແຜນການອົບຮົມ ສະບັບເລກທີ 50/ກບຊ ໄຊຍະບູລີ, ລົງວັນທີ 13 ມີນາ 2026 ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໄລຍະສັ້ນ ໃຫ້ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ປະຈຳປີ 2026ຈຸດປະສົງຫຼັກຂອງການອົບຮົມໃນຄັ້ງນີ້ເພື່ອໃຫ້ລັດຖະກອນປ້ອງກັນຊາດໃໝ່ ແຕ່ລະສະຫາຍໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບຽບແບບແຜນຂອງກອງທັບ, ກໍາໄດ້ເນື້ອໃນສິນລະປະຍຸດ-ຍຸດທະວິທີ ແລະ ຄຸນຄ່າສະມັດຕະພາບສູ້ຮົບຂອງປືນທະຫານຮາບ, ຮຽນຮູ້ວິທີການບົວລະບັດ, ຮັກສາອາວຸດ ແລະ ເຄື່ອງປະກອບເຕັກນິກບໍ່ໃຫ້ເປເພເສຍຫາຍ, ຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ມີທາດແທ້ການເມືອງທີ່ໜັກແໜ້ນ, ຮັບຮູ້ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງກອງທັບ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການຝຶກອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົມຈຳນວນ 79 ສະຫາຍ,ຍິງ 74 ສະຫານທີ່ມາຈາກ 02 ເມືອງຄື:ເມືອງປາກລາຍ 68 ສະຫາຍ,ຍິງ 63 ສະຫາຍ ແລະ ເມືອງທົ່ງມີໄຊ 11 ສະຫາຍ,ຍິງ 11 ສະຫາຍ ເຊິ່ງມີກຳນົດເວລາຮຽນຮູ້ ແລະ ຝຶກຊ້ອມທັງໝົດ 32 ວັນ. ໃນຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄຳໂອ້ລົມ ແລະ ທິດຊີ້ນຳອັນມີຄຸນຄ່າຈາກ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ ນັກເຝິກອົບຮົມທຸກສະຫາຍ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊື່ສັດບໍລິສຸດຕໍ່ຊາດ, ຕໍ່ອຸດົມການຂອງພັກ ແລະ ຂອງກອງທັບ, ມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ພ້ອມທີ່ຈະເສຍສະຫຼະເພື່ອສ່ວນລວມຢ່າງແທ້ຈິງ.