ກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງບໍ່ແຕນ ຄັ້ງທີ 15 ສະໄຫມທີ VII.

 

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 15 ສະໄຫມທີ VII.
…………………………………
ໃນຕອນເຊົ້າຂອງວັນທີ 4 ເມສາ 2024 ນີ້ ຢູ່ທີ່ສະໂມສອນ ເມືອງບໍ່ແຕນ ແຂວງ ໄຊຍະບູລີ. ຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ ຄັ້ງທີ 15 ສະໄຫມທີ VII. ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງບໍ່ແຕນ, ໂດຍການເປັນກຽດເຂົ້າຮ່ວມ ມີ ສະຫາຍ ຄຳສີ ແພງສະຫວັນ ຄະນະປະຈໍາພັກແຂວງ,ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ຕະຫຼອດຮອດເລຂາໜ່ວຍພັກບ້ານ ໃນທົ່ວເມືອງ ເຂົ້າຮ່ວມ.
ສະຫາຍ ສົມສະໜຸກ ໄຊອຸດົມ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງບໍ່ແຕນ, ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 15 ສະໄໜທີ VII ຢ່າງເປັນທາງການ, ຈາກນັ້ນສະຫາຍ ບຸນທອງ ວັນນາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ຮ່າງລາຍງານການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ປະຈໍາ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 3 ເດືອນຕໍ່ໜ້າໃນໄລຍະ 3 ເດືອນຜ່ານມາຄະນະຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ນຳພາຊີ້ຳໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໄດ້ທັນເວລາ.ການຈັດເກັບລາຍຮັບມອບເຂົ້າງົບປະມານປະຕິບັດໄດ້ 784 ລ້ານກີບເທົ່າ 33,45 % ຂອງແຜນການປີການຊຸກຍູ້ປະຊາຊົນປູກພືດລະດູແລ້ງເປັນຕົ້ນແມນສາລີຫວານແລະ ຖົ່ວດິນປະຈຸບັນເກັບກູ້ສຳເຫຼັດແລ້ວ 20 % ແລະ ການເຄື່ອນຍ້າຍສິນຄ້າພາຍໃນລວມມູນຄ່າ12.724 ລ້ານກີບ ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ແລະ ມີຄວາມຮັບຜິດຊອບສູງໃສ່ຮ່າງບົດລາຍງານການນຳພາ-ຊີ້ນຳ ວຽກງານຮອບດ້ານປະຈຳ 3 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 3 ເດືອນຕໍ່ໜ້າ ຊອກໃຫ້ເຫັນຜົນງານດ້ານດີ,ດ້ານອ່ອນ ແລະ ຂໍ້ຄົງຄ້າງທີີຈະຕອ້ງໄດ້ສືບຕໍ່ແກ້ໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຜົນສຳເຫຼັດຕາມຄາດ ໝາຍທີ່ວາງໄວ້ ຕອນທ້າຍກອງປະຊຸມ ບັນດາຜູ້ແທນກອງປະຊຸມ ກໍ່ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳສີ ແພງສະຫວັນ ຄະນະປະຈໍາພັກແຂວງ,ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ກອງປະຊຸມດັ່ງກ່າວ ແມ່ນຈະໄດ້ດຳເນີນໄປເປັນເວລາ 1 ວັນຈຶ່ງສຳເລັດ
…………………………..
ຂ່າວ-ພາບ: ສາຍຄຳ ບຸນຍາວົງ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa