ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ ແລະ ການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດເຂດ 7.

ກອງປະຊຸມຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ ແລະ ການເຄື່ອນໄຫວວຽກງານປະຈໍາປີ 2023 ທິດທາງ ປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດເຂດ 7 ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມພາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ທ່ານ ພົທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7, ມີສະມາຊິກສະພາແຫ່ງຊາດ ປະຈໍາເຂດ 7,ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ບາງຕອນທ່ານກ່າວວ່າ:  ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຄັ້ງນີ້ສຸດທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາບັນຫາສໍາຄັນຂອງທ້ອງຖິ່ນ ແລະ ວຽກງານກາງສະໄໝຂອງແຜນການ 5 ປີ ແລະ ແຜນປະຈໍາປີ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຈະໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເອກະຊົນ ສູນກາງຄຸ້ມຄອງຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍສະໄໝ 2025 ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງອົງກາານປົກຄອງແຂວງ, ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ທີ່ຈັດຕັ້ງປະຕິບັດຢູ່ແຂວງ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສູມຮອດທ້າຍສະໄໝ 2025  ແລະ ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງອົງການປົກຄອງແຂວງ ໂດຍພະແນກການເງິນແຂວງ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ຂອງອົງການປົກຄອງແຂວງ ໂດຍພະແນກແຜນການ ແລະ ການລົງທຶນ, ຮັບຟັງການປະກອບຄໍາເຫັນ  ຂອງຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ,ເອກະຊົນທີ່ສູນກາງຄຸ້ມຄອງຈັດຕັ້ງປະຕິບັດຢູ່ແຂວງ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍສະໄໝ 2025 ແລະ ການຈັດຕັ້ງປະຕິບັດໂຄງການລົງທຶນທີ່ສູນກາງຄຸ້ມຄອງ ປະຈໍາປີ 2023, ທິດທາງແຜນການ ປີ 2024, ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງທີ່ຈັດຕັ້ງປະຕິບັດຢູ່ແຂວງ ໃນໄລຍະຜ່ານມາ (2021-2023) ແລະ ການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023, ທິດທາງແຜນການ ປີ 2024 ແລະ ວຽກງານຈຸດສຸມຮອດປີ 2025, ຮັບຟັງການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມຂອງບັນດາຫົວໜ້າພະແນກການຂອງແຂວງ, ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝຂອງແຜນການ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2023,ທິດທາງແຜນການ ປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບຟັງການຜ່ານຮ່າງມະຕິກອງປະຊຸມວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝປີ 2025, ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບຟັງການຜ່ານຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ເອກະຊົນທີ່ສູນກາງຄຸ້ມຄອງຢູ່ແຂວງ, ການຈັດເກັບລາຍຮັບພູດສູນກາງຄຸ້ມຄອງຢູ່ແຂວງ ກາງສະໄໝຂອງແຜນການ 5 ປີ (2021-2025), ວຽກງານຈຸດສຸມຮອດທ້າຍປີ 2025, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ເອກະຊົນ; ລາຍຮັບພູດສູນກາງຄຸ້ມຄອງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ແລະ  ການຈັດຕັ້ງປະຕິບັດວາລະແຫ່ງຊາດ 3 ປີ ຜ່ານມາ (2021-2023). ຈາກນັ້ນ ຄະນະຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນຊີ້ແຈງ ແລະ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມຢ່າງເລິກເຊິ່ງແນ່ໃສຮັບປະກັນເນື້ອໃນທີ່ນໍາມາຄົ້ນຄວ້າພິຈາລະນາຖືກຮັບຮອງເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດຂັ້ນຕໍ່ໄປ.

…………………..

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa