

ຕອນເຊົ້າ ວັນທິ 8 ກໍລະກົດ 2026 ຢູ່ທີສະໂມສອນ ຂອງເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊືມແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃຫ້ກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງເມືອງ ຂຶ້ນຢ່າງເປັນທາງການໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ສະມາຊິກສະພາປະຊາຊົນແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັນເມືອງ ມີຄະນປະຈຳພັກເມືອງ,ກຳມະການພັກເມືອງ ມີນາຍ ແລະ ພົນທະຫານ ນາຍແລະພົນຕ່ຳຫຼວດເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊືມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະບັບບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026; ເຜີຍແຜ່ບົດລາຍງານການເມືອງຂອງພັກ, ເຜີຍແຜ່ກົດລະບຽບພັກ ສະໄໝທີ XII. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນໍາພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບຸລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ພ້ອມນັ້ນ ກໍໄດ້ເນັ້ນໜັກເຖິງທິດທາງຄາດໝາຍສູ້ຊົນໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍສຸມໃສ່ 7 ຂະແໜງເສດຖະກິດປາຍແຫຼມ ແລະ ວຽກງານຈຸດສຸມໃນ 7 ຂົງເຂດ; ແລະ ໄດ້ເຜີຍແຜ່ ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ພາຍໃຕ້ຫົວຂໍ້: “ເພີ່ມທະວີຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,ຍົກສູງຄຸນນະພາບຊີວິດຂອງປະຊາຊົນ,ສືບຕໍ່ພັດທະນາແຂວງຫຼຸດພົ້ນອອກຈາກຄວາມທຸກຍາກ” ເຊິ່ງໄດ້ກໍານົດ 9 ທິດທາງ, 7 ຄາດໝາຍ ແລະ ວຽກງານຈຸດສຸມ 11 ຂົງເຂດ
ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ບັນດາເປົ້າໝາຍທີ່ໄດ້ຮັບການເຊື່ອມຊືມມີຄວາມເຂົ້າໃຈເປັນເອກະພາບ ແລະ ຜັນ ຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ, ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ເພື່ອນຳໄປຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີຜົນສໍາເລັດຕາມແຜນການທີ່ກຳນົດໄວ້.