ກອງປະຊຸມແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS)

ໃນຕອນເຊົ້າວັນທີ 24 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມ ພົມມະຈັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງທົ່ງມີໄຊ, ມີຄະນະຮັບຜິດຊອບຈາກພະແນກການເງິນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ປະທານຄະນະກຳມະການປົກຄອງຕາແສງ ພ້ອມດ້ວຍພະນັກງານຜູ້ຮັບຜິດຊອບວຽກງານການເງິນຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສີປະເສີດ ລັດຖະຫວັນ ກຳມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026ວ່າ:  ຫ້ອງການ-ການເງິນໄດ້ສຸມໃສ່ຈັດຕັ້ງປະຕິບັດຄຳ​ແນະ​ນຳ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ,ຄຳ​ແນະ​ນຳ​ຂອງ​ລັດ​ຖະ​ມົນ​​ຕີ​ກະ​ຊວງ​ການ​ເງິນ,ຄຳ​ແນະ​ນຳ​ຂອງ​ທ່ານ​ເຈົ້າ​ແຂວງ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​; ໄດ້​ຍົກ​ສູງ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ນຳພາ-ຊີ້​ນຳ​ ຊອກ​ຄົ້ນ​ຫາ​ທ່າ​ແຮງ ແລະ ຂຸດ​ຄົ້ນທຸກ​ແຫຼ່ງລາຍ​ຮັບ​ທີ່​ບົ່ມ​ຊ້ອນ​ພາຍ​ໃນ​ເມືອງ​ໃຫ້​ບັນ​ລຸ​ຕາມ​ແຜນ​ທີ່​ວາງ​ໄວ້ ສະແດງອອກ ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 621.77 ລ້ານກີບ, ເທົ່າກັບ33,80% ຂອງແຜນການປີ; ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 1.060,40 ລ້ານກີບ, ເທົ່າກັບ 40,76% ຂອງແຜນການປີ

ຈາກນັ້ນ, ຄະນະຮັບຜິດຊອບຂັ້ນແຂວງ ໄດ້ນໍາສະເໜີ ແລະ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ເຊິ່ງເປັນລະບົບທີ່ຊ່ວຍຫຼຸດຜ່ອນຂັ້ນຕອນການເຊັນເອກະສານທີ່ຍຸ້ງຍາກ ໂດຍຫຼຸດເຫຼືອພຽງ 3 ຂັ້ນຕອນ, ສາມາດຢັ້ງຢືນຜ່ານລະບົບ ແລະ ລົງລາຍເຊັນເອເລັກໂຕຣນິກ ໃນການຖອນເງິນງົບປະມານໄດ້ເລີຍ.  ລະບົບດັ່ງກ່າວມີຂໍ້ຈໍາກັດຄື: ບໍ່ອະນຸຍາດໃຫ້ເບິກຈ່າຍເກີນແຜນງວດ ໂດຍຫົວໜ່ວຍງົບປະມານຕ້ອງຈ່າຍຕາມແຜນທີ່ແຂວງແຈ້ງໃນລະບົບເທົ່ານັ້ນ. ລະບົບ LIFMIS ປະກອບມີ 2 ລາຍການໃຫ້ນໍາໃຊ້ ຄື: ງົບປະມານ: ເຮັດໜ້າທີ່ແຈ້ງແຜນປີ, ແຜນງວດ, ຈັດສັນແຜນຕາມສາລະບານງົບປະມານ ແລະ ສັງລວມງົບປະມານເພື່ອອະນຸມັດ ແລະ ການເງິນ: ເຮັດໜ້າທີ່ໃນການຕີໃບຖອນເງິນ, ລົງລາຍເຊັນເອເລັກໂຕຣນິກ ແລະ ສ້າງສະໂນດສົ່ງຫາທະນາຄານ.

ໃນກອງປະຊຸມ ຍັງໄດ້ມີການອະທິບາຍເຖິງພາລະບົດບາດຄວາມຮັບຜິດຊອບຂອງ 3 ພາກສ່ວນ ຂັ້ນເມືອງ (ໜ່ວຍງານງົບປະມານ ແລະ ຫົວໜ່ວຍງົບປະມານ), ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາເພື່ອຄວາມກະຈ່າງແຈ້ງ ແລະ ໃຫ້ມີຄວາມເປັນເອກະພາບກັນໃນການປະຕິບັດ. ໃນຕອນທ້າຍ, ທ່ານ ສະເຫຼີມ ພົມມະຈັນ ໄດ້ມີຄໍາເຫັນສັງລວມ ແລະ ຊີ້ນໍາຕື່ມ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານການເງິນຜ່ານລະບົບ LIFMIS ໃນຕໍ່ໜ້າ ມີຄວາມສະດວກ, ໂປ່ງໃສ ແລະ ມີປະສິດທິພາບ .

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa