ຄອບຄົວເມຍການນຳ ແລະ ນັກທຸລະກິດ ເມືອງປາກລາຍ ມອບອຸປະກອນການແພດ ລວມມູນຄ່າກວ່າ 67 ລ້ານກີບ ໃຫ້ໂຮງໝໍຊຸມຊົນປາກລາຍ

ໃນຕອນບ່າຍຂອງວັນທີ 27 ສິງຫາ 2026, ຢູ່ທີ່ໂຮງໝໍຊຸມຊົນເມືອງປາກລາຍ ແຂວງໄຊຍະບູລີ, ຄອບຄົວເມຍການນຳ ແລະ ທິມງານນັກທຸລະກິດເພດຍິງ ພາຍໃນເມືອງປາກລາຍ ນຳໂດຍ ທ່ານ ນາງ ບານເຢັນ ສຸນາເຄນ (ຄອບຄົວທ່ານເລຂາພັກເມືອງ) ແລະ ທ່ານ ນາງ ພອນໄພ ຈິນດາ (ຄອບຄົວທ່ານຮອງປະທານຄະນະກຳມະການປົກຄອງເມືອງ), ໄດ້ນຳເອົາອຸປະກອນການແພດ ແລະ ເຄື່ອງປັບອາກາດ (ແອ) ຈຳນວນ 3 ຊຸດ ລວມມູນຄ່າ 67,620,000 ກີບ ມາຮ່ວມມອບໃຫ້ໂຮງໝໍເມືອງປາກລາຍ.ໃຫ້ກຽດກ່າວຮັບໂດຍ ທ່ານ ຊ່ຽວຊານ ນາງ ແສງເພັດ ແກ້ວປະເສີດ, ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ໂດຍມີພະນັກງານ-ລັດຖະກອນ ພາຍໃນຫ້ອງການສາທາລະນະສຸກ ແລະ ໂຮງໝໍຊຸມຊົນເມືອງປາກລາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຕິດຕາມສຸຂະພາບຄົນເຈັບ (Patient Monitor), ເຄື່ອງຕິດຕາມເດັກໃນທ້ອງແມ່ຍິງຖືພາ (Fetal Monitor), ເຄື່ອງປັບອາກາດ ຈຳນວນ 3 ຊຸດ. ການຊ່ວຍເຫຼືອຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ ແລະ ຄວາມເອົາໃຈໃສ່ຂອງຄອບຄົວເມຍການນຳ ແລະ ພາກທຸລະກິດ ເອກະຊົນ ຕໍ່ກັບຄວາມຈຳເປັນດ້ານອຸປະກອນການແພດ ເພື່ອແບ່ງເບົາພາລະ ແລະ ເພີ່ມຂີດຄວາມສາມາດຂອງໂຮງໝໍຊຸມຊົນເມືອງປາກລາຍ ໃນການບໍລິການປິ່ນປົວປະຊາຊົນໃຫ້ມີປະສິດທິພາບສູງຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ຊ່ຽວຊານ ນາງ ແສງເພັດ ແກ້ວປະເສີດ ໄດ້ຕາງໜ້າໃຫ້ໂຮງໝໍຊຸມຊົນເມືອງ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ນ້ຳໃຈອັນງົດງາມຂອງຄະນະທິມງານທຸກທ່ານ ແລະ ຢືນຢັນວ່າຈະນຳເອົາອຸປະກອນທັງໝົດໄປໝູນໃຊ້ເຂົ້າໃນວຽກງານປິ່ນປົວຕົວຈິງໃຫ້ເກີດປະໂຫຍດສູງສຸດ. ຫຼັງຈາກນັ້ນ, ຄະນະຜູ້ມອບ-ຜູ້ຮັບ ກໍໄດ້ຮ່ວມກັນໄປຢ້ຽມຢາມຄົນເຈັບ, ເບິ່ງຫ້ອງກວດພະຍາດ ແລະ ຫ້ອງຜ່າຕັດ ພາຍໃນໂຮງໝໍຊຸມຊົນຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa