

ເພື່ອເປັນການປັບປຸງປົວແປງຮັກສາເສັ້ນທາງຫລວງໃຫ້ໄດ້ນຳໃຊ້ຢ່າງຍາວນານ,ດັ່ງນັ້ນຕອນເຊົ້າຂອງວັນທີ 27 ສິງຫາ 2026 ຄະນະກໍາມະການປົກຄອງຕາແສງເມືອງວາ ໄດ້ນໍາພາອົງການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນເມືອງວາ,ຕາແສງເມືອງວາ ເມືອງປາກລາຍ, ແຂວງໄຊຍະບູລີ ພ້ອມກັນອອກແຮງງານຖົມຂຸມ,ອານາໄມຮອງລະບາຍນໍ້າ ແລະ ປັບປຸງເສັ້ນທາງຫຼວງທີ່ເປັນຂຸມເປັນບໍ ເພື່ອຮັບປະກັນຄວາມສະດວກ ແລະ ຄວາມປອດໄພໃນການໄປ-ມາ.
ການອອກແຮງງານໃນຄັ້ງນີ້ ມີປະຊາຊົນ ແລະ ຕົວແທນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງແຂງຂັນ ແລະ ເປັນຂະບວນຟົດຟື້ນ. ທຸກຄົນໄດ້ນໍາໃຊ້ອຸປະກອນພື້ນຖານ ເຊັ່ນ: ຈົກ,ຊວນໂດຍນຳໃຊ້ດີນເບສະຄອນ ເພື່ອຊ່ວຍກັນຂົນດິນ-ຫີນ ຖົມຂຸມບ່ອນທີ່ທາງຢາງລອກ, ພ້ອມທັງກວດໜ້າດິນໃຫ້ລຽບງາມ ຕາມເສັ້ນທາງທີ່ຜ່ານເຂດຊຸມຊົນ.ເສັ້ນທາງດັ່ງກ່າວ ເປັນເສັ້ນທາງສັນຈອນຫຼັກທີ່ປະຊາຊົນໃຊ້ໄປ-ມາ ຫາສູ່ກັນ ແລະ ຂົນສົ່ງເເລະເປັນເສັ້ນທາງຫລັກລະຫວ່າງເມືອງຕໍ່ເມືອງ. ການຮ່ວມແຮງຮ່ວມໃຈປັບປຸງທາງໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນອຸບັດຕິເຫດ ແລະ ອໍານວຍຄວາມສະດວກໃຫ້ຜູ້ໃຊ້ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມສາມັກຄີອັນແໜ້ນແຟ້ນ ແລະ ການມີສ່ວນຮ່ວມຂອງຊຸມຊົນរພັດທະນາທ້ອງຖິ່ນຂອງຕົນໃຫ້ດີຂຶ້ນ.
ສະພາບບັນຫາ: ຜ່ານມາ ເສັ້ນທາງຫຼວງສາຍດັ່ງກ່າວໄດ້ມີຮອຍແຕກຫັກ ແລະ ເປັນຂຸມເລິກຫຼາຍຈຸດ ໂດຍສະເພາະໃນຍາມລະດູຝົນ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດແກ່ຜູ້ໃຊ້ລົດໃຊ້ຖະໜົນ,ການຈັດຕັ້ງປະຕິບັດ: ເພື່ອແກ້ໄຂຄວາມເດືອດຮອດໃນເບື້ອງຕົ້ນ, ທາງຄະນະຕາແສງຈຶ່ງໄດ້ລິເລີ່ມແຜນງານ ລະດົມກຳລັງແຮງງານມວນຊົນ ພ້ອມທັງວັດສະດຸ-ອຸປະກອນ ເຊັ່ນ: ຫີນ, ດິນ ແລະ ເຄື່ອງມືແຮງງານເພື່ອຖົມປິດຂຸມຕາມຈຸດສຳຄັນຕ່າງໆ ເຊິ່ງປະກອບສວ່ນຫິນ ແລະ ດິນໃນການຖົມທາງໃນຄັ້ງນີ້ໂດຍແມ່ນບໍລິສັດວິໄລພອນ1818.
ຜ່ານການຈັດຕັ້ງປະຕິບັດ, ບັນຍາກາດການອອກແຮງງານແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ, ເຮັດໃຫ້ເສັ້ນທາງຫຼວງຈຸດດັ່ງກ່າວ ໄດ້ຮັບການປັບປຸງໃຫ້ຮາບພຽງຂຶ້ນໃນລະດັບໜຶ່ງ, ຊ່ວຍໃຫ້ການສັນຈອນພາຫະນະສາມາດໄປມາໄດ້ຢ່າງສະດວກ ແລະ ປອດໄພກວ່າເກົ່າ.