

ໃນວັນທີ 2 ກັນຍາ 2026 ນີ້ ຄະນະທີມງານສະພາປະຊາຊົນແຂວງ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ເມືອງຄອບ ແຂວງໄຊຍະບູລີ ໂດຍໃຫ້ກຽດການຕ້ອນຮັບຂອງ ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄອບ ພ້ອມດ້ວຍການນໍາຂອງເມືອງ ພະນັກງານທີ່ກ່ຽວຂ້ອງຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງ.
ການລົງມາເຄື່ອນໄຫວ ເຮັດວຽກໃນຄັ້ງນີ້ ເພື່ອຕິດຕາມຮັບຟັງການລາຍງານສະພາບຜົນກະທົບທາງດ້ານເສດຖະກິດສັງຄົມ, ທໍາມະຊາດ ຈາກໂຄງການກໍ່ສ້າງເຂື່ອນນໍ້າຂອງ ຈຸດປາກແບງ ແຂວງອຸດົມໄຊ, ສຳລັບເມືອງຄອບ ທີ່ຖຶກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງເມືອງປາກແບງ ມີທັງໝົດ 4 ບ້ານຄື: ບ້ານຄົກເມີຍ, ບ້ານປາກຄອບ, ບ້ານຫາດງາມ ແລະ ບ້ານບໍ່ ມີທັງໝົດ 233 ຄອບຄົວ, ມີພົນລະເມືອງທັງໝົດ 1,386 ຄົົນ, ຍິງ 695 ຄົນ ໃນນັ້ນ ມີບ້ານທີ່ຖືກຍົກຍ້າຍບາງສ່ວນມີ 2 ບ້ານຄື: ບ້ານ ຄົກເມີຍ ແລະ ບ້ານປາກຄອບ, ຖືກຜົນກະທົບກ່ຽວກັບດິນກະສິກໍາມີ 2 ບ້ານຄື: ບ້ານຫາດງາມ ແລະ ບ້ານບໍ່. ປັດຈຸບັນ, ແມ່ນໄດ້ສຳເລັດການເກັບກຳຂໍ້ມູນຊັບສິນ, ວັດແທກເນື້ອທີ່ດິນປຸກສ້າງ ແລະ ດິນທຳການຜະລິດທົດແທນໃຫ້ແກ່ບ້ານອື່ນໆ ທີ່ຖືກຜົນກະທົບເພື່ອກະກຽມຄວາມພ້ອມໃນການຍົກຍ້າຍຕາມແຜນການທີ່ວາງໄວ້.
ໂອກາດດັ່ງກ່າວ, ທ່ານ ເລຂາພັກເມືອງ ພ້ອມດ້ວຍຄະນະທີມງານສະພາປະຊາຊົນແຂວງ ໄດ້ລົງຕິດຕາມຊຸກຍູ້ ສອບຖາມເຖິງສະພາບການດຳລົງຊີວິດ, ການປະກອບອາຊີບ, ການຜະລິດກະສິກຳ, ການສຶກສາຂອງລູກຫຼານ ແລະ ພ້ອມທັງໄດ້ຮັບຟັງຂໍ້ສະເໜີ, ຄວາມປາດຖະໜາ ແລະ ບັນຫາຄ້າງຄາຂອງປະຊາຊົນ ເພື່ອນຳໄປພິຈາລະນາແກ້ໄຂໃຫ້ເໝາະສົມ. ໂອກາດນີ້ປະຊາຊົນບ້ານທີ່ໄດ້ຮັບຜົນກະທົບ ໄດ້ສະແດງຄວາມດີໃຈ ແລະ ຂອບໃຈຕໍ່ການເອົາໃຈໃສ່ຂອງພັກ-ລັດ ທີ່ໄດ້ລົງມາຕິດຕາມຊີ້ນຳຢ່າງໃກ້ຊິດ. ໃນຕອນທ້າຍຍັງໄດ້ຢ້ຽມຊົມສະພາບລວມຂອງບ້ານປາກຄອບທີ່ໄດ້ຖືກຜົນກະທົບຕື່ມອີກ.