ຄະນະໂຄສະນາອົບຮົມເມືອງໄຊສະຖານ ໄດ້ພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາເມືອງພຽງ.

ໃນວັນທີ 14 ມີນາ 2024 ຄະນະໂຄສະນາອົບຮົມເມືອງໄຊສະຖານ ໄດ້ໄປພົບປະແລກປ່ຽກບົດຮຽນກັບຄະນະໂຄສະນາອົບຮົມເມືອງພຽງ, ແຂວງໄຊຍະບູລີ  ໂດຍການນຳພາຂອງ ທ່ານ ສະຫວ່າງ ແສງທອງຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງໄຊສະຖານ, ມີບັນດາຫົວໜ້າໜ່ວຍງານ, ວິຊາການພາຍໃນຄະນະໂຄສະນາອົບຮົມເມືອງ ໃນຈຳນວນ ມີ 6 ທ່ານ, ຍິງ 2 ທ່ານ ແລະ ໃຫ້ກຽດຕ້ອນຮັບ ຂອງທ່ານ  ທະວົນ ຄຳພູວົງ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງພຽງ ພ້ອມດ້ວຍຄະນະ ການພົບປະແລກປ່ຽນບົດຮຽນໃນຄັ້ງໄດ້ມີຄວາມໝາຍຄວາມສຳຄັນ ແລະ ເປັນຄັ້ງປະຫວັດສາດ ຂອງຄະນະໂຄສະນາອົບຮົມທັງສອງເມືອງ ແລະ ໃນວາລະ ທ່ານຫົວໜ້າຄະນະໂຄສະນາອົບຮົມທັງສອງເມືອງ ກໍ່ໄດ້ມີຄຳເຫັນແລກປ່ຽນ ບາງວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ເປັນບົດຮຽນເພື່ອຈະໄປໝູນໃຊ້ເຂົ້າໃນວຽກງານ ຂອງຄະນະໂຄສະນາອົບຮົມເມືອງ ໃຫ້ມີຄວາມເຕີບໃຫ່ຍ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ  ພ້ອມນັ້ນກໍ່ໄດ້ມອບຂອງຂວັນທີລະນຶກຂອງແຕ່ລະເມືອງເຊິ່ງກັນ ແລະ ກັນ ຕືມອີກ ແລະ ກໍ່ໄດ້ລົງພົບປະແລກປ່ຽນບົດຮຽນກັບນັກສຳມະນາກອນທີ່ໄດ້ຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນຂອງເມືອງພຽງອີກດ້ວຍ ໃນຕອນ ທ້າຍ ທ່ານ ທະວົນ ຄຳພູວົງ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງພຽງ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະໂຄສະນາອົບຮົມເມືອງໄຊສະຖານ ທີ່ໄດ້ສະຫຼະເວລາ,ດ້ານງົບປະມານໃນການມາພົບປະແລກປ່ຽນບົດຮຽນໃນຄັ້ງນີ້ຕືມອີກ.

ຂຽນໂດຍ: ຄະນະໂຄສະນະອົບຮົມເມືອງໄຊສະຖານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa