ຄະນະໂຄສະນາອົບຮົມເມືອງ ທົ່ງມີໄຊ ແຂວງໄຊຍະບູລ່ີ ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນ ຜູ້ກ້າວໜ້າຢູ່ພາຍໃນເມືອງ

 

ຕອນບ່າຍວັນທີ 31 ສິີງຫາ 2026 ຢູ່ທີ່ຫ້ອງປະຊຸມ ຫ້ອງການຄະນະໂຄສະນາອົບຮົມເມືອງ ທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນ ຜູ້ກ້າວໜ້າຢູ່ພາຍໃນເມືອງ ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານຂອງສະຫາຍ ນາງ ພຸດ ຈໍາປາດາ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ມີບັນດາຄະນະຮັບຜິດຊອບ ພ້ອມດ້ວຍມະຫາຊົນ​ຜູ້​ກ້າວໜ້າ​ ຈາກສໍານັກງານ, ອົງການ, ກົມກອງ ພາຍໃນເມືອງເຂົ້າຮ່ວມທັງໝົດ 14ສະຫາຍ.

ການເປີດຮຽນສະໜັບສະໜູນໃນຄັ້ງນີ ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ ໄດ້ຮັບຟັງ, ເຊື່ອມຊືມເອກະສານ ​ອົບຮົມ​ເປົ້າ​ໝາຍ, ເງື່ອນໄຂ ແລະ ມາດຖານຂອງຜູ້​ທີ່ຈະຂະຫຍາຍ​ເຂົ້າ​ເປັນສະມາຊິກພັກ. ທັງນີ້ ກໍ່​ເພື່ອ​ເຮັດ​ຜູ້ທີ່ເຂົ້າຮ່ຳຮຽນ ​ມີ​ຄວາມ​ ​ຮັບ​ຮູ້ ແລະ ເຂົ້າໃຈ​ປະຫວັດ​ຄວາມ​ເປັນ​ມາ, ອຸດົມ​ການ ແລະ ທາດ​ແທ້​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ເຂົ້າໃຈ​ກ່ຽວ​ກັບ​ມາດຕະຖານ, ເງື່ອນໄຂ​ຜູ້​ທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ແລະ ຜົນ​ປະໂຫຍດ​ທີ່​ສະມາຊິກ​ພັກ​ໄດ້​ຮັບ, ບົນ​ພື້ນຖານ​ຄວາມ​ຮູ້, ຄວາມ​ເຂົ້າໃຈ​ດັ່ງກ່າວ​ເຮັດ​ໃຫ້​ມະຫາຊົນ​ຜູ້​ທີ່​ມີ​ຄວາມ​ກ້າວໜ້າ ໄດ້​ຕັ້ງໜ້າ​ເຝິກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງໃຫ້​ມີ​ມາດຕະຖານ​ເງື່ອນໄຂ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ເພື່ອ​ເພີ່ມ​ກຳລັງ​ແຮງ​ສູ້​ຮົບ​ໃຫ້​ແກ່​ພັກ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ເພື່ອ​ສືບຕໍ່​ເຮັດ​ຫຼ້ອນ​ໜ້າທີ່​ການເມືອງ​ຂອງ​ຕົນ, ທັງເປັນການປະຕິບັດຕາມແຜນການ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແຜນກຳນົດພະນັກງານ ຢ່າງເປັນລະບົບຕໍ່ເນືອງ ຍົກລະດັບທາງດ້ານທິດສະດີການເມືອງໃຫ້ບຸກຄະລະກອນທີ່ມີຄຸນນະພາບ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່

ໃນ​ຕອນ​ທ້າຍ ​ພິທີ ສະຫາຍ ນາງ ພຸດ ຈໍາປາດາ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງທົ່ງມີໄຊ ຍັງ​ໄດ້​ມອບ​ໃບຢັ້ງຢືນ​ການ​ຮຽນ​ສະໜັບສະໜູນໃຫ້​ມະຫາຊົນ​ຜູ້​ທີ່​ກ້າວໜ້າຕື່ມອີກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa