ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

 

ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2024 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຮຽນເອກະສານສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ, ໃຫ້ກຽດບັນຍາຍເອກກະສານໃນຄັ້ງນີ້ໂດຍ ສະຫາຍ ສົມປະສົງ​ ໄຊຍະລາດ​ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ທີ່ມີກ້າວໜ້າມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 05 ສະຫາຍ. ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ເປັນສະມາຊິກພັກ ຕ້ອງຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະ ໝັກໃຈ ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອເພີ່ມພະລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.

ຂຽນໂດຍ​: ສີນົນ​ ອອ່ນສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa