

ໃນວັນທີ 24 ກໍລະກົດ 2026 ນີ້ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ສົມປະສົງ ໄຊຍະລາດ ຄະນະໜ່ວຍພັກ,ຮອງຫົວໜ້າຄະນະໂຄສະນາອົບຮົບແຂວງໄຊຍະບູລີີ ມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນທັງໝົດ 10 ສະຫາຍ, ຍິງ 5 ສະຫາຍ ທີ່ມາຈາກ 3 ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ຈຸດປະສົງໃນການເປີດ ຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວໃນຄັ້ງນີ້ກໍ່ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າ ໄດ້ເຊື່ອມຊຶມ ແລະ ກຳແໜ້ນ ເນື້ອໃນສຳຄັນຂອງກົດລະບຽບຂອງພັກ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວ, ຮູ້ກ່ຽວກັບມາດຖານເງື່ອນໄຂຂອງຜູ້ທີ່ຈະກ້າວເຂົ້າເປັນສະມາຊິກພັກ, ລວມເຖິງ ສິດ, ພັນທະ ແລະ ຂໍ້ຫ້າມຕ່າງໆສຳລັບສະມາຊິກພັກ ເຊິ່ງໄດ້ເນັ້ນໜັກເຖິງຫຼັກການ ການຈັດຕັ້ງ, ລະບຽບວິໄນ ແລະ ຄວາມເປັນແບບຢ່າງການນຳພາ, ຍົກສູງຄວາມຮັບຜິດຊອບ ທາງດ້ານການເມືອງ, ຕັ້ງໜ້າ ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ການຮຽນກົດລະບຽບພັກ ແມ່ນເປັນບາດກ້າວທີ່ສຳຄັນ ໃນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ມະຫາຊົນກ້າວໜ້າ ເພື່ອສ້າງຕົນເອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງໜັ້ກແໜ້ນພ້ອມທີ່ຈະເປັນກຳລັງສືບທອດທີ່ມີຄຸນນະພາບ, ໃນພາລະກິດປົກປັກ ຮັກສາປະເທດຊາດ ແລະ ພັດທະນາໃຫ້ກ້າວເຂົ້າສູ່ສັງຄົມນິຍົມທີ່ທັນສະໄໝ.
ໃນຕອນທ້າຍຜູ້ເຂົ້າຮ່ວມຍັງໄດ້ຮັບໃບຢັ້ງຢືນຕື່ມອີກ.