

ໃນວັນທີ 14 ກໍລະກົດ 2026 ນີ້, ຢູ່ທີ່ບ້ານໜອງ ຕາແສງປາກແຄມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ຕິດພັນກັບການເຜີຍແຜ່ນິຕິກຳກ່ຽວກັບຕາແສງ ແລະ ການຈັດຕັ້ງບ້ານ. ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສິງຄໍາ ຈັນທິຮັກ ກໍາມະການປະຈຳພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງເມືອງ, ສະຫາຍ ຄໍາຜິວ ລາວັນຈັນຕາ ປະທານຄະນະກຳມະການປົກຄອງຕາແສງປາກແຄມ, ມີບັນດາເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກບ້ານໜອງ, ບ້ານຂຸ່ມສ້ຽວ, ບ້ານປົ່ງແດງ, ບ້ານກົກກະທອນ, ບ້ານໂພນປ່າປໍ, ບ້ານກົກໄຮຄຳ ແລະ ປະຊາຊົນເຂົ້າຮ່ວມ 280 ກວ່າຄົນ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມເນື້ອໃນສຳຄັນຕ່າງໆ ເປັນຕົ້ນແມ່ນ: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຄຳແນະນຳ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII, ບັນດານິຕິກຳກ່ຽວກັບຕາແສງ ແລະ ການຈັດຕັ້ງບ້ານຈຳນວນໜຶ່ງ.
ກອງປະຊຸມຄັ້ງນີ້, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ສະມາຊິກພັກ ແລະ ປະຊາຊົນພາຍໃນເມືອງ. ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຄະນະໜ່ວຍພັກ ໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ແລະ ເປົ້າໝາຍສູ້ຊົນຕ່າງໆ ໃຫ້ປາກົດຜົນເປັນຈິງ. ນອກຈາກນີ້, ຍັງເປັນການສຶກສາອົບຮົມປະຊາຊົນ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ຕ້ານ ແລະ ແກ້ໄຂທັດສະນະທີ່ຜິດເຂວ, ຈຳກັດການເຊື່ອມຖອຍທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ແນໃສ່ຮັບປະກັນການປົກປັກຮັກສາ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນສັງຄົມໃຫ້ໜັກແໜ້ນຍິ່ງໆ ຂຶ້ນ.