ທ່ານປະທານປະເທດ ແຫ່ງ ສປປ ລາວ ລົງຢ້ຽມຢາມກອງພັນ 609 ທະຫານແຂວງໄຊຍະບູລີ.

ໃນວັນທີ 16 ກຸມພາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປາຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄຊຍະບູລີ, ໂດຍການຕ້ອນຮັບຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະນຳກອງບັນຊາການທະຫານແຂວງ, ຄະ ນະພັກ-ຄະນະບັນຊາ ກອງພັນ 609 ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ຈັນທອງ ຈັນຟອງ ຫົວໜ້າການເມືອງ ກອງພັນນ້ອຍປືນໃຫຍ່ໜ້າດິນ 609 ທະຫານແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ ແລະ ສະພາບລວມຂອງກົມກອງ, ຈາກນັ້ນທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ພ້ອມຄະນະກໍ່ໄດ້ລົງຢ້ຽມຢາມເບິ່ງພື້ນຖານການຜະລິດປູກຜັກໃນເຮືອນຮົ່ມຂອງກົມກອງ ແລະ ຢ້ຽມຢາມເບິ່ງດ້ານລະບຽບແບບແຜນໃນເຮືອນນອນຂອງກົມກອງນຳອີກ. ໂອກາດນີ້, ທ່ານປະ ທານປະເທດໄດ້ຍົກໃຫ້ເຫັນສະພາບເສດຖະກິດໄພເງິນເຟີ້, ສິ້ນຄ້າລາຄາແພງ ແລະ ພ້ອມທັງໃຫ້ຄວາມຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ການຈັດຕັ້ງເຄື່ອນໄຫວຂອງກົມກອງດ້ວຍຄວາມເປັນຫວ່ງເປັນໄຍ, ຄວາມຮັກແພງອັນອົບອຸ່ນ, ທ່ານ ປະທານປະ ເທດ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນຕໍ່ຄະນະພັກ-ຄະນະບັນຊາ ກອງພັນ 609 ເປັນຕົ້ນໃຫ້ເອົາໃຈໃສ່ສືບຕໍ່ຂະຫຍາຍພື້ນຖານການຜະລິດປູກຟັງ-ລ້ຽງສັດຕາມທ່າແຮງຂອງກົມກອງເພື່ອສະໜອງພືດຜັກໃຫ້ທ້ອງຕະ ຫຼາດໃຫ້ຫຼາຍເພື່ອສ້າງລາຍຮັບເຂົ້າກົມກອງ. ໂອກາດນີ້, ທ່ານ ປະທານປະເທດ ຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃຫ້ຮັກສາມູນເຊື້ອອັນດີງາມຂອງກອງທັບ ເປັນ ຕົ້ນແມ່ນມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ, ມູນເຊື້ອຄວາມສາມັກຄີປອງລະຫວ່າງກອງ ທັບ ກັບປະຊາຊົນປຽບ ເໝືອນປາກັບນ້ຳທີ່ຕັດແຍກອອກຈາກກັນບໍ່ໄດ້, ເສີມຂະຫຍາຍບົດບາດການນຳພາຂອງຕົນຕໍ່ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປັບປຸງກໍ່ສ້າງກຳລັງແຮງສັງລວມຂອງກົມກອງໃຫ້ເຂັ້ມ ແຂງ ສືບຕໍ່ຄວາມສາມັກຄີປອງດອງກັບອຳນາດການປົກຄອງທ້ອງຖິ່ນໃຫ້ແໜ້ນແຟ້ນ ແລະ ພ້ອມກັນປົກປັກຮັກສາອຳນາດອະທິປະໄຕ ຂອບເຂດຮັບຜິດຊອບຂອງຕົນໃວ້ໃຫ້ໝັ້ນຄົງຕະຫຼອດໄປ.
ຂ່າວ: ສົມຈີນ ສິນຕາວັນ
ພາບ: ໄຊຍະສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa