ບ້ານສະແມດໃຫຍ່, ເມືອງໄຊສະຖານ, ແຂວງໄຊຍະບູລີ ຈັດພິທີປາຖະກະຖາ ວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ.

ໃນຕອນເຊົ້າຂອງວັນທີ 5 ມີນາ 2024 ບ້ານສະແມດໃຫຍ່ ,ເມືອງໄຊສະຖານ, ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງວັນແມ່ຍິງສາກົນຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງການບ້ານ ສະແມດໃຫຍ່.

ໃນພິທີ ທ່ານ ສະຫວ່າງ ແສງທອງຄໍາ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທັງເປັນຜູ້ຊີ້ນຳ-ນຳພາບ້ານສະແມດໃຫຍ່ ໄດ້ໃຫ້ກຽດປາຖະກະຖາ ປະຫັວດຄວາມເປັນມາ ຂອງວັນແມ່ຍິງສາກົນ ວັນທີ 8 ມີນາ, ບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງສາກົນ ພາກພື້ນ ແລະ ອາຊຽນ, ນະໂຍບາຍ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປລາວ ແລະ ວຽກພົວພັນຮ່ວມມືກັບຕ່າງປະເທດ.  ວັນທີ 8 ມີນາ ເຊິ່ງໄດ້ກຳເນີດຂື້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກໂຮງງານອຸດສາຫະກຳ ຂອງນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດຍິ່ງເພີ່ມຄວາມລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ ຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງເເຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ກັບສະພາບການຕ່າງໆ ແລະ ຄວາມທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂື້ນຕໍ່ສູ້ໃນວັນທີ 8 ມີນາ 1899 ທວງໃຫ້ພວກນາຍທຶນຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ.  ນອກຈາກຜ່ານປະຫວັດຄວາມເປັນມາຂອງວັນທີ 8 ມີນາແລ້ວຍັງໄດ້ຜ່ານ ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ, ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງ ໃນລະດັບສາກົນ, ພາກພື້ນ ແລະ ນະໂຍບາຍສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປລາວ. ໃນພິທີຍັງໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ຂຽນໂດຍ: ບຸນທະວີ ແກ້ວມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa