ປກສ ເມືອງ ໄຊຍະບູລີ ເຊື່ອມຊືມເອກະສານ ແລະ ເປີດບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບປະຈຳປີ 2023.

ໃນຕອນເຊົ້າວັນທີ 4 ມີນາ 2024 ນີ້  ກອງບັນຊາການ ປກສ ເມືອງ ໄຊຍະບູລີໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ແລະ ເປີດບັ້ນດໍາເນີນຊີວິດການເມືອງທົ່ວກໍາລັງປ້ອງກັນຄວາມສະຫງົບປະຈຳປີ 2023. ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ພັທ ພອນສະຫວັດ ພະໄຊສົມບັດ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າ ປກສ ກຸ່ມບ້ານ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທົ່ວກອງບັນຊາການ ປກສ ເມືອງ ໄຊຍະບູລີເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານແຈ້ງການຂອງຫົວໜ້າການເມືອງ ປກສ ແຂວງສະບັບເລກທີ 103/ຫກມ, ລົງວັນທີ 31 ມັງກອນ 2024 ເລື່ອງເປີດບັ້ນດໍາເນີນຊີວິດການເມືອງທົ່ວກຳລັງປ້ອງກັນຄວາມສະຫງົບແຂວງປະຈຳປີ 2023, ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ເລກທີ 521/ ປກສ ຊລ ລົງວັນທີ 31 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອານຸກຳມະການເນື້ອໃນໃນບັ້ນດຳເນີນຊີວີດການເມືອງທົ່ວກຳລັງປ້ອງກັນຄວາມສະຫງົບປະຈຳປີ 2023, ເຜີຍແຜ່ເອກະສານບົດທີ2 ຕັ້ງໜ້າຝືກຝົນຫຼໍ່ຫຼອມຄຸນສົມບັດ, ສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດໃນໄລຍະໃໝ່, ເຜີຍແຜ່ເອກະສານບົດທີ1 ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ອັນສະຫ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ເຜີຍແຜ່ເອກະສານບົດທີ3 ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ, ຜ່ານເນື້ອໃນເຈາະຈີ້ມຂຽນໃບສຳຫຼວດ( ສຳລັບບຸກຄົນໃນຄະນະພັກ ແລະ ສະມາຊີກພັກ), ຈາກນັ້ນນາຍ ແລະ ພົນຕໍາຫຼວດ ແຕ່ລະສະຫາຍກໍ່ໄດ້ຂຽນໃບສຳຫຼວດຕົນເອງ, ດໍາເນີນຊີວີດການເມືອງຢູ່ແຕ່ລະຈຸ. ເຊີ່ງການດຳເນີນກອງປະຊຸມໃນຄັ້ງນີ້ແມ່ນຈະດຳເນີນເປັນເວລາ 4 ວັນເຕັມຈື່ງສຳເລັດ.

ຂ່າວ-ພາບ: ສົມພົງ ສີສະຫວັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa