ປກສ ແຂວງ ໄຊຍະບູລີ ປາຖະກະຖາ ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ແລະ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ.

ປກສ ແຂວງ ໄຊຍະບູລີ ປາຖະກະຖາ ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ
ແລະ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ.
………………………….
ວັນທີ 3 ເມສາ 2024 ນີ້ ກອງບັນຊາການ ປກສ ແຂວງ ໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ເຊິ່ງກ່ອນຈະກ້າວເຂົ້າສູ່ ພິທີ ປາຖະກະຖາ ຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສີລະປະ-ວັນນະຄະດີ ຈາກໜ່ວຍສີລະປະ ກອງບັນຊາການ ປກສ ແຂວງໂດຍການໃຫ້ກຽດເຂົ້້າຮ່ວມ ຂອງທ່ານ ພົຈວ ຄຳແພງ ເພັດ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະພັກກອງບັນຊາການ, ຄະນະກອງບັນຊາການ ປກສ 11 ເມືອງ, ຄະນະຫ້ອງ,ຄະນະພະແນກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ໃນພິທີ ທ່ານ ຫົວໜ້າກອງບັນຊາການ ປກສ ແຂວ ໄຊຍະບູລີ ໄດ້ໃຫ້ກຽດປາຖະກະຖາ ຫວນຄືນມູນເຊື້ອ ພິລະອາດຫານ ແລະ ສູ້ຮົບມີໄຊ ຂອງກຳລັງປ້ອງກັນຄວາມສະຫງົບ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕະຫຼອດໄລຍະ 62 ຜ່ານມາ ໂດຍຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ເຊິ່ງໄດ້ກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວພາຍໃຕ້ການຊີ້ນຳ-ນຳພາ ສຶກສາອົບຮົມໂດຍກົງ,ເດັດຂາດ ແລະ ຮອບດ້ານຂອງພັກ,ການເຕີບໃຫ່ຍຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ສືບທອດມູນເຊື້ອອັນພິລະອາດ ຫານ ຂອງບັນພະບູລຸດອັນຍິງໃຫ່ຍ ,ຍິ່ງຕີກໍ່ຍິ່ງມີໄຊຊະນະ ,ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫ່ຍເຂັ້ມແຂງ,ການປະຕິວັດລາວຂະຫຍາຍຕົວຮອດບ່ອນໃດ ກຳລັງປ້ອງກັນຄວາມສະຫງົບກໍ່ເຕີບໃຫ່ຍຂະຫຍາຍຕົວຂື້ນຮອດບ່ອນນັ້ນ ທັງເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນມາຈາກປະຊາຊົນໂດຍປະຊາຊົນ ຮັບໃຊ້ຊາດ,ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນ ມູນເຊື້ອ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບແຂວງ ໄຊຍະບູລີ ທີ່ຍາດມາໄດ້ຕະຫຼອດໄລຍະ 51 ປີ ນັບແຕ່ມື້ກໍາເນີດ ທີ 25 ເມສາ 1973 ຈົນເຖິງປັດຈຸບັນ.
ໃນພິທີ ທ່ານ ພັອ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານ ແຈ້ງການ ຂອງຫົວໜ້າກົມໃຫ່ຍການເມືອງ ເລື່ອງມາດຕະຖານ – ເງື່ອນໄຂ ບຸກຄະລາກອນ ຂອງໂຮງຮຽນ ປກສ ຊັ້ນຕົ້ນ ແລະ ສູນຝຶກອົບຮົມວິຊາສະເພາະ ແລະ ຂໍ້ຕົກລົງ ວ່າດ້ວຍມາດຕະຖານບຸກຄະລາກອນ ຂອງໂຮງຮຽນ ປກສ ຊັ້ນຕົ້ນ ແລະ ສູນຝຶກອົບຮົມວິຊາສະເພາະ.
ຈາກນັ້ນ ທ່ານພັທ ຄຳອ່ອນ ວັນເຮືອງ ຮອງຫົງໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກຂອງຫົວໜ້າກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງ ຂອງຫົວໜ້າກອງບັນຊາການ ປກສ ແຂວງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບແຂວງ ;ວ່າດ້ວຍການ ອະນຸມັດ ໃຫ່ນາຍຕຳຫຼວດ ພັກການຮັບອຸດໜູນບຳນານ ແລະ ວ່າດ້ວຍ ການປະຕິບັດນະໂຍບາຍ ຍົກຂັ້ນເງິນເດືອນໃຫ້ນາຍຕຳຫຼວດ ປກສແຂວງ ໄຊຍະບູລີ ເຊິ່ງມີຜູ້ໄດ້ຮັບການເລື່ອນຊັ້ນ ພັທ 16 ສະຫາຍ,ຊັ້ນ ພັຕ 25 ສະຫາຍ,ຊັ້ນຮອ 53 ສະຫາຍ, ຊັ້ນຮທ 50 ສະຫາຍ,ວທຂື້ນຮຕ 7 ສະຫາຍ,ສອ ຂື້ນວາທຮຕ 1 ສະຫາຍ,ສທຂື້ນສອ 02 ສະຫາຍ, ນະໂຍບາຍຍົກຂັ້ນເງິນເດືອນ ພທ ຂື້ນ ເປັນຊັ້ນ ພັອ 4 ສະຫາຍ,ອະນຸມັດໃຫ້ນາຍຕຳຫຼວດ ພັກການຮັບອຸດໜູນບຳນານ 14 ສະຫາຍ.
ໃຫ້ກຽດຂື້ນປະດັບຊັ້ນ ໃຫ້ນາຍ ແລະ ພົນຕຳຫຼວດ ແລະ ມອບຂໍ້ຕົກລົງ ຍົກຂັ້ນເງິນເດືອນ ແລະ ມອບເງິນອຸດໜູນບຳນານ ໂດຍທ່ານ ພົຈວ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ພັອ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສແຂວງ.
…………………………….
ກອງແກ້ວ ຈັນທະລັງສີ
#News.XBL

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa