ປະກາດສ້າງຕັ້ງຕາແສງ “ບວມເລົາ-ຜາແກ້ວ” ຢ່າງເປັນທາງການ ເພື່ອຍົກລະດັບການບໍລິຫານຮາກຖານໃຫ້ເຂັ້ມແຂງ

ໃນວັນທີ 2 ກໍລະກົດ 2026 ນີ້, ຢູ່ທີ່ເດີ່ນຫໍປະຊຸມກຸ່ມບ້ານບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດສ້າງຕັ້ງ ຕາແສງບວມເລົາ-ຜາແກ້ວ ຢ່າງເປັນທາງການ ແລະ ສົມກຽດ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ຄໍາຝັ້ນ ວົງສະຫວັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສົງ ລາດຊະວົງ ປະທານຄະນະກໍາມະການປົກຄອງເມືອງປາກລາຍ, ພ້ອມດ້ວຍບັນດາການນໍາພັກ-ລັດ, ພະແນກການ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຈາກ 10 ບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບຸນສົງ ລາດຊະວົງ ປະທານຄະນະກຳມະການປົກຄອງເມືອງປາກລາຍ ໄດ້ກ່າວຕໍ່ພິທີວ່າ: ຕາແສງ ບວມເລົາ-ຜາແກ້ວ ຕັ້ງຢູ່ທິດຕາເວັນຕົກຂອງເມືອງປາກລາຍ (ຫ່າງຈາກຕົວເມືອງ 28 ກິໂລແມັດ) ມີຊາຍແດນຕິດກັບ ສປປ ໄທ, ເນື້ອທີ່ ແລະ ເຂດປົກຄອງມີເນື້ອທີ່ທັງໝົດ 360,55 ກິໂລຕາແມັດ, ປະກອບມີ 10 ບ້ານ ທີ່ນອນຢູ່ໃນເຂດບ້ານພັດທະນາບວມເລົາຜາແກ້ວ-ປ່າໄລ່, ພົນລະເມືອງມີທັງໝົດ 14.016 ຄົນ (2.884 ຄອບຄົວ), ເຊິ່ງສ່ວນໃຫຍ່ແມ່ນເຜົ່າລາວ (ກວມເອົາ 99,82%), ເຜົ່າມົ້ງ ແລະ ເຜົ່າກຶມມຸ, ດ້ານເສດຖະກິດປະຊາຊົນມີຄວາມດຸໝັ່ນໃນການຜະລິດກະສິກໍາ, ລ້ຽງສັດ ແລະ ຄ້າຂາຍ. ໃນປີ 2025 ຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 281 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 20 ລ້ານກວ່າກີບ/ຄົນ/ປີ (1.058). ມີລະບົບໄຟຟ້າ, ອິນເຕີເນັດ ແລະ ເສັ້ນທາງປູຢາງເຂົ້າເຖິງທັງ 10 ບ້ານ, ມີຫົວໜ່ວຍທຸລະກິດ 1.165 ຫົວໜ່ວຍ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ 13,5 ຕື້ກວ່າກີບຕໍ່ປີ, ວັດທະນະທໍາ-ສັງຄົມມີໂຮງຮຽນ 17 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ທັງ 10 ບ້ານໄດ້ຮັບການປະກາດເປັນບ້ານວັດທະນະທໍາ ແລະ ບ້ານພົ້ນທຸກຕາມດໍາລັດ 348/ລບ. ການສ້າງຕັ້ງຕາແສງໃນຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ເລກທີ 78/ສພຊ, ລົງວັນທີ 20 ມີນາ 2025 ໂດຍໄດ້ກໍານົດເອົາ ຫ້ອງການສາມສ້າງບ້ານບວມເລົາ-ຜາແກ້ວ ເປັນສໍານັກງານຕາແສງ, ເຊິ່ງໂຄງປະກອບການຈັດຕັ້ງແບ່ງອອກເປັນ 5 ໜ່ວຍງານຄື: ໜ່ວຍງານບໍລິຫານ-ປົກຄອງ, ໜ່ວຍງານພັກ, ອົງການຈັດຕັ້ງມະຫາຊົນ, ໜ່ວຍງານເສດຖະກິດ-ການເງິນ, ໜ່ວຍງານວັດທະນະທໍາ-ສັງຄົມ ແລະ ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ສໍາລັບຄະນະກຳມະການປົກຄອງຕາແສງ ມີພະນັກງານປະຈໍາການທັງໝົດ 14 ທ່ານ, ນໍາພາໂດຍປະທານຄະນະກໍາມະການປົກຄອງຕາແສງ 1 ທ່ານ ແລະ ຮອງປະທານ 2 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງລົງມາປະຈໍາການ ເພື່ອຮອງຮັບການບໍລິການປະຊາຊົນຢ່າງໃກ້ຊິດ. ທ່ານ ບຸນສົງ ລາດຊະວົງ ຍັງກ່າວອີກຕື່ມວ່າ: ການສ້າງຕັ້ງຕາແສງ ບວມເລົາ-ຜາແກ້ວ ແມ່ນບາດກ້າວສໍາຄັນໃນການນໍາເອົາແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ລົງສູ່ຮາກຖານຢ່າງທົ່ວເຖິງ, ຊ່ວຍໃຫ້ປະຊາຊົນເຂົ້າເຖິງການບໍລິການພາກລັດໄດ້ ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປຮອດຕົວເມືອງ, ທັງເປັນການຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ.”ເຖິງຢ່າງໃດກໍຕາມ, ເນື່ອງຈາກເປັນວຽກງານໃໝ່ ທີ່ຍັງຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ດ້ານຄວາມຮັບຮູ້ຕໍ່ນິຕິກໍາ, ວັດຖຸອຸປະກອນຮັບໃຊ້ທີ່ຍັງຈໍາກັດ ແລະ ບາງບ້ານທີ່ຢູ່ຫ່າງໄກ, ທາງຄະນະນໍາເມືອງ ແລະ ຕາແສງ ໄດ້ກໍານົດແນວທາງແກ້ໄຂ ໂດຍຈະເລັ່ງຮຽບຮຽງນິຕິກໍາການແບ່ງຂັ້ນຄຸ້ມຄອງໃຫ້ຈະແຈ້ງ, ເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ, ສະໜອງງົບປະມານ-ພາຫະນະທີ່ຈໍາເປັນ ແລະ ຫັນການບໍລິການປະຊາຊົນໄປສູ່ລະບົບທີ່ທັນສະໄໝ ເພື່ອຮັບປະກັນໃຫ້ການບໍລິຫານງານຂອງຕາແສງໃໝ່ແຫ່ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

 

ໃນພິທີອັນສະຫງ່າລາສີນີ້, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຕາແສງ ແລະ ປະກາດແຕ່ງຕັ້ງຄະນະນໍາພາຊຸດໃໝ່ ເພື່ອເປັນເສົາຫຼັກໃນການຂັບເຄື່ອນວຽກງານພັດທະນາໂດຍໄດ້ແຕ່ງຕັ້ງ ທ່ານ ພອນປະດິດ ພູນສະຫວັດ ເປັນປະທານຄະນະກໍາມະການປົກຄອງຕາແສງ ບວມເລົາ-ຜາແກ້ວ, ທ່ານ ທ່ານ ພູໄຊ ສີວິໄລ ເປັນຮອງປະທານຄະນະກໍາມະການປົກຄອງຕາແສງ ແລະ ທ່ານ ເກດແກ້ວ ພູມມາລີ ເປັນຮອງປະທານຄະນະກໍາມະການປົກຄອງຕາແສງ ເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອຮ່ວມກັບພະນັກງານປະຈໍາການທັງໝົດ 14 ທ່ານ ໃນການຫັນເອົາກົນໄກບໍລິຫານລັດລົງສູ່ຮາກຖານ, ຫັນເປັນທັນສະໄໝ ແລະ ພ້ອມທີ່ຈະຮັບໃຊ້ພໍ່ແມ່ປະຊາຊົນທັງ 10 ບ້ານ ຢ່າງເຕັມເມັດເຕັມໜ່ວຍ

ຕອນທ້າຍຂອງພິທີ, ຄະນະປະທານ ແລະ ແຂກຜູ້ມີກຽດ ໄດ້ຮ່ວມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປີດປ້າຍຫ້ອງການຕາແສງບວມເລາ-ຜາແກ້ວ ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa