ຝຶກອົບຮົມທິດສະດີການເມືອງການປົກຄອງໄລຍະສັ້ນ 10 ວັນຊຸດທີ III ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກບ້ານ ຄະນະບ້ານ.

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີເປີດຝຶກອົບຮົມທິດສະດີການເມືອງການປົກຄອງໄລຍະສັ້ນ 10 ວັນຊຸດທີ III ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກບ້ານ ຄະນະບ້ານຂື້ນໃນວັນທີ 11 ມີນາ 2024 ຢູ່ທີ່ຫ້ອງປະຊຸມໃຫ້ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆພຽງ, ມີທ່ານ ປອ ສີສອນພັນ ບຸນສີ ກຳມະການພັກແຂວງ ຫົວໜ້າໂຮງຮຽນ ການເມືອງການປົກຄອງ ແຂວງໄຊຍະບູລີ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຄູຝຶກພ້ອມດ້ວຍນັກສຳມະນາກອນທີມາຈາກຄະນະພັກບ້ານພາຍໃນເມືອງເຂົ້າຮ່ວມ. ການຝຶກອົບຮົມໃນເທຶ່ອນີ້ມີນັກສຳມະນາກອນທີ່ມາຈາກຄະນະພັກບ້ານໃນທົ່ວເມືອງຈຳນວນ 50 ກວ່າທ່ານ, ຍິງ 10 ທ່ານ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບການພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ບົດບາດຂອງພັກປະຊາຊົນປະຕິວັນລາວໃນປັດຈຸບັນ, ການສ້າງໜ່ວຍພັກຮາກຖານບ້ານໃຫ້ໜັກແໜ້ນທັງ 4 ດ້ານ, ຄວາມຮັບຜິດຊອບຂອງພະນັກງານນຳພາ ພະນັກງານຄຸ້ມຄອງຕໍ່ການປະຕິບັດໜ້າທີການເມືອງຢູ່ຮາກຖານບ້ານ, ການນຳພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ, ວຽກງານຄຸ້ມຄອງພົນລະເມືອງ ແລະ ເອກະສານອື່ນໆອີກຈຳນວນໜຶ່ງເພຶ່ອສ້າງໃຫ້ຄະນະພັກບ້ານມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບທິດສະດີມາກເລນີນ, ທັດສະນະຂອງພັກ ແນວຄິດ ໄກສອນ ພົມວິຫານ ຕໍ່ການຍົກສູງທິດສະດີການເມືອງການປົກຄອງ ກົນໄກການຄຸ້ມຄອງລັດຄຸມຄອງສັງຄົມ ແລະ ການປະຕິບັດກົດໝາຍຂອງລັດໃນແຕ່ລະໄລຍະ, ຮູ້ເລືອກເຟັ້ນເອົາບັນດາຫຼັກມູນທິດສະດີທີ່ກ້າວໜ້າ ແລະ ບົດຮຽນທີ່ດີໝູນໃຊ້ເຂົ້າໃນການວາງແຜນພັກທະນາຢ່າງຖືກຕ້ອງ, ສອດຄອງກັບທ່າແຮງ ແລະ ຈຸດພິເສດຂອງແຕ່ລະບ້ານ ການຝຶກອົບຮົມໃນຄັ້ງນີ້ຄາດຈະໃຊ້ເວລາ 10 ວັນເຕັມຈຶ່ງຈະສຳເລັດ.

ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa