ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັທໂທ ຄະນະບໍລິຫານງານປະຈໍາການ ຜູ້ຊ່ວຍປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ລົງຕິດຕາມຊຸກຍູ້ວຽກງານອົງການພຸດສາສະໜາສໍາພັນລາວແຂວງໄຊຍະບູລີ.

ໃນຕອນເຊົ້າຂອງວັນທີ 18 ມີນາ 2024 ນີ້ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັທໂທ ຄະນະບໍລິຫານງານປະຈໍາການ ຜູ້ຊ່ວຍປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ  ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ກ່ອນອື່ນໝົດພະອາຈານໃຫຍ່ ໄດ້ລາຍງານຈຸດປະສົງຂອງການມາລົງມາເຄື່ອນໄຫວຂອງວຽກໃນຄັ້ງນີ້ ເປັນຕົ້ນແມ່ນ ຊຸກຍູ້ວຽກງານຮອບດ້ານຂອງອົງການພຸດສາສະໜາສໍາພັນລາວແຂວງໄຊຍະບູລີ ເພື່ອແນໃສເຮັດໃຫ້ອົງການພຸດສາສະໜາສໍາພັນລາວແຂວງໄຊຍະບູລີ ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບ ແລະ ມີຄວາມເຂັ້ມແຂງໃນການປະຕິບັດໃຫ້ສອດຄ່ອງກັບສິນທໍາ, ຄໍາສອນ, ທໍາມະນູນສົງລາວ, ແນວທາງນະໂຍບາຍລະບຽບກົດໝາຍ ແລະ ລັດຖະທໍາມະນູນແຫ່ງ ສປປ ລາວ ດ້ວຍສະເພາະກັບອົງການປົກຄອງຂັ້ນຕ່າງທີ່ກ່ຽວຂ້ອງກັບແຂວງໄຊຍະບູລີ. ໃນໂອກາດ ດຽວກັນນີ້ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັທໂທ ຄະນະບໍລິຫານງານປະຈໍາການ ຜູ້ຊ່ວຍປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ກໍ່ຍັງໄດ້ມອບຂອງທີ່ລະນຶກ ແລະ ປຶ້ມທໍາມະ, ສິນທໍາຄໍາສອນ ຂອງພະພຸດພະເຈົ້າ ໃຫ້ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ແລະ ອົງການພະພຸດສາສະໜາສໍາພັນລາວແຂວງໄຊຍະບູລີ. ໃນຕອນເຊົ້າຂອງວັນດຽວກັນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ  ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັທໂທ ຄະນະບໍລິຫານງານປະຈໍາການ ຜູ້ຊ່ວຍປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ລົງຕິດຕາມຊຸກຍູ້ວຽກງານອົງການພຸດສາສະໜາສໍາພັນລາວແຂວງໄຊຍະບູລີ ໃຫ້ກຽດຕ້ອນຮັບຂອງພະອາຈານໃຫຍ່ ປທ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງ ອພສ ປະທານ ອພສ ແຂວງໄຊຍະບູລີ, ມີຄະນະບໍລິຫານງານປະຈໍາ ອພສ ແຂວງ, ອພສ ເມືອງໄຊຍະບູລີ, ເຈົ້າອະທິການວັດ ໃນເທດສະບານເມືອງໄຊຍະບູລີ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ອົງການອ້ອມຂ້າງເມືອງໄຊຍະບູລີ ແລະ ພຸດທະສາສະນິກະຊາຊົນເຂົ້າຮ່ວມ.

ພະອາຈານໃຫຍ່ ປທ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງ ອພສ ປະທານ ອພສ ແຂວງໄຊຍະບູລີ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ລາຍງານວຽກງານຂອງ ອພສ ແຂວງ ໃນໄລຍະຜ່ານມາ ອພສ ແຂວງໄຊຍະບູລີ ຂັ້ນຕ່າງໆ ໄດ້ເອົາໃຈໃສ່ເທດສະໜາສັ່ງສອນພະສົງສາມະເນນ ແລະ ພຸດທະບໍລິສັດ ທາງດ້ານຫຼັກສິນທໍາຄຽງຄູ່ກັບລະບຽບກົດໝາຍຂອງຝ່າຍບ້ານເມືອງຢ່າງຕໍ່ເນື່ອງ ແນໃສເຮັດໃຫ້ພະສົງສາມະເນນມີລະບຽບວິໄນ, ຍຶດຖືຫຼັກສິນທໍາເປັນແບບແຜນໃນການດໍາລົງຊີວິດຕິດພັນກັບນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມສາມັກຄີຊ່ວນເຫຼືອເຊິ່ງກັນ ແລະ ກັນ ຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ ປະຈຸບັນ ອພສ ແຂວງໄຊຍະບູລີ ມີຄະນະກໍາມະການ ອພສ ແຫ່ງ ສປປ ລາວ 2 ອົງ, ມີກໍາມະທິການບໍລິຫານ ອພສ ທັງໝົດ 22 ອົງ ໃນນັ້ນ ປະກອບມີຄະນະບໍລິຫານປະຈໍາການ ອພສ ແຂວງ 7 ອົງ, ຄະນະກໍາມະການບໍລິຫານ ອພສ ແຂວງ 14 ອົງ, ທີ່ປຶກສາ 2 ອົງ. ມີຄະກໍາມະການບໍລິຫານງານ ອພສ ເມືອງ 10 ເມືອງ ທົ່ວແຂວງທັງໝົດ 86 ອົງ, ມີວັດທັງໝົດ 333 ວັດ ໃນນັ້ນ ເປັນວັດທີ່ມີພະສົງປະຈໍາຢູ່ 272 ວັດ, ວັດບໍ່ມີພະສົງປະຈໍາຢູ່ 61 ວັດ, ທົ່ວແຂວງມີພະສົງສາມະເນນ ແລະ ແມ່ອອກຂາວທັງໝົດ 1470 ອົງ/ຕົນ ໃນນັ້ນ ປະກອບມີ ພະພິກຂຸ 333 ອົງ, ສາມະເນນ 1117 ອົງ ແລະ ແມ່ຂາວ 20 ຕົນ. ໃນໄລຍະຜ່ານມາ ຄະນະ ອພສ ແຂວງ ກໍ່ຄືກໍາມະທິການສາທາລະນູປະການໄດ້ນໍາພາພະສົງ ແລະ ອອກຕົນຍາດໂຍນຢູ່ບັນດາເມືອງຕ່າງໆ ໃຫ້ໄດ້ເອົາໃຈໃສ່ໃນການກໍ່ສ້າງໃໝ່ ແລະ ບູລະນະປະຕິສັງຂອນທັງປົກປັກຮັກສາວັດວາອາຮາມທີ່ຢູ່ໃນຂອບເຂດຂອງຕົນໄດ້ດີຕະຫຼອດມາ. ໃນໂອກາດດຽວກັນພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັທໂທ ຄະນະບໍລິຫານງານປະຈໍາການ ຜູ້ຊ່ວຍປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ກໍ່ໄດ້ມີຄໍາໂອວາດ ແລະ ຮຽກຮ້ອງມາຍັງຄະນະ ອພສ ແຂວງ ຈົ່ງຮັກສາມູນເຊື້ອອັນດີງາມຂອງພະສົງສາມະເນນ, ສຶບຕໍ່ສຶກສາອົບຮົມພະສົງສາມະເນນ, ພຸດທະສາສະນິກະຊົນໃຫ້ກໍາແໜ້ນປະຕິບັດເນື້ອໃນສໍາຄັນ ແລະ ຫຼັກທໍາຄໍາສອນທາງພຸດທະສາສາໜາ, ທໍາມະນູນສົງລາວ ອັນພົ້ນເດັ່ນໃນດ້ານປົກປັກຮັກສາ ແລະ ປະຕິບັດສິນທໍາຄໍາສອນຂອງພະສໍາມາພະພຸດພະເຈົ້າເພື່ອໃຫ້ສໍາມະເນນ ແລະ ພຸດສະນິກະຊົນເຫຼື້ອມໃສສັດທາ, ຕີຖອຍປະກົດການຫຍໍ້ທໍ່ຕ່າງໆ ກໍາຈັດການກະທໍາຂອງພະສົງສາມະເນນ ແລະ ພຸດທະສານິກະຊົນຈໍານວນໜຶ່ງທີ່ຝາຝືນພະທໍາວິໄນຂອງພະສໍາມາພະພຸດພະເຈົ້າ, ສຶບຕໍ່ປົກປັກຮັກສາປູສະນິສະຖານທີ່ກ່ຽວຂ້ອງກັບພະພຸດທະສາສາໜາທີ່ບັນພະບູລູດຂອງພວກເຮົາ ໄດ້ສ້າງໄວ້ໃຫ້ຄົງຢູ່ກັບສັງຄົມລາວຕະຫຼອດໄປ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa