ພະແນກພາຍໃນແຂວງສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງປະຈໍາປີ 2023 ແລະ ວາງແຜນການປີ 2024.

ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ມີນາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ສີລິວັດທະນາ ສົມພັນ ຫົວໜ້າພະແນກພາຍໃນແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງການວິຊາການພະແນກພາຍໃນເຂົ້າຮ່ວມ.

ໃນພິທີ ທ່ານ ສີລິວັດທະນາ ສົມພັນ ຫົວໜ້າພະແນກພາຍໃນແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການບາງຕອນທ່ານກ່າວວ່າ:  ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງແມ່ນໂຄງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ( 2016-2025) ທີ່ລັດຖະບານໄດ້ຮັບຮອງເອົາໃນປີ 2017 ແນໃສເພື່ອບັນລຸວິໄສທັດທີ່ວ່າ ຮອດປີ 2023 ພົນລະເມືອງລາວທຸກຄົນຕ້ອງໄດ້ໃຊ້ບໍລິການຂອງລະບົບຈົດທະບຽນ ແລະ ສະຖິຕິພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບເຊິ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ການສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ. ຈາກນັ້ນ ທ່ານ ອາລຸນສັກ ລິນທະວົງ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ສັງເກດຕີລາຄາຄືການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ໂດຍທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງໃນໄລຍະຜ່ານມາ ແຂວງໄຊຍະບູລີປະກອບມີ 11 ເມືອງ ມີ 430 ບ້ານ, ມີ 82056 ຄອບຄົວ ມີພົນລະເມືອງທັງໝົດ 427.171 ຄົນ ຍິງ 210.743 ຄົນ ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງແມ່ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບເລກທີ 44/ສພຊ ລົງວັນທີ 14 ມິຖຸນາ 2018 ດໍາລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ສະບັບເລກທີ 184/ລບ ລົງວັນທີ 10 ມີນາ 2021 ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທະບຽນຄອບຄົວຂອງຂະແໜງການພາຍໃນ ສະບັບເລກທີ 03/ພນ ລົງວັນທີ 30 ມີນາ 2021 ເຊິ່ງເລີ່ມແຕ່ປີ 2020 ເປັນຕົ້ນມາທາງກົມຄຸ້ມຄອງພົນລະເມືອງກະຊວງພາຍໃນໄດ້ມີໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ແກ່ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງ ເພື່ອເຜີຍແຜ່ບັນດານິຕິກໍາວຽກງານຄຸ້ມຄອງພົນລະເມືອງ ແລະ ບັນດານິຕິກໍາທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການປ້ອງກັນຄວາມສະຫງົບໃຫ້ບັນດາຫ້ອງການພາຍໃນ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໂດຍລວມແລ້ວໃນ 1 ປີ ຜ່ານມາການຈັດຕັ້ງບັນດາກິດຈະກໍາໂຄງການຈົດທະບຽນຄອບຄົວ ແລະ ສະຖິຕິພົນລະເມືອງແມ່ນໄດ້ເລັ່ງໃສ່ 2 ກິດຈະກໍາໂດຍສະເພາະກິດຈະກໍາການລົງເກັບກໍາຂໍ້ມູນການເກີດຂອງເດັກທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ການເສຍຊີວິດຂອງພົນລະເມືອງຈໍານວນ 11 ເມືອງ ມີ 85 ບ້ານ ໂດຍໄດ້ນໍາໃຊ້ງົບປະມານທັງໝົດ 226 ລ້ານກວ່າກີບ, ກິດຈະກໍາການຈົດທະບຽນເຄື່ອນທີ່ການເກີດ ແລະ ເສຍຊີວິດຂອງພົນລະເມືອງຈໍານວນ 3 ເມືອງ ມີ 16 ບ້ານ ໃຊ້ງົບປະມານທັງໝົດ 181 ລ້ານກວ່າກີບ ຜົນສໍາເລັດທັງ 2 ກິດຈະກໍານີ້ ໄດ້ສັງລວມສະຖິຕິການຈົດທະບຽນ ແລະ ອອກໃບຢັ້ງຢືນປະຈໍາປີ 2023 ຄື: ຈົດທະບຽນການເກີດເດັກທີ່ເກີດພາຍໃນປີ 2023 ມີຈໍານວນ 1.693 ຄົນ ຍິງ 804 ຄົນ, ຈົດທະບຽນການເກີດ 5 ປີ ລົງມາຈໍານວນ 3.301 ຄົນ ຍິງ 1600 ກວ່າຄົນ, ຈົດທະບຽນການເກີດ 5 ປີ ຂຶ້ນໄປມີ 3.600 ກວ່າຄົນ ຍິງ 2000 ກວ່າຄົນ, ຈົດທະບຽນການແຕ່ງດອງລະຫວ່າງພົນລະເມືອງລາວກັບພົນລະເມືອງລາວຈໍານວນ 1000 ກວ່າຄູ່, ຈົດທະບຽນການແຕ່ງດອງລະຫວ່າງຄົນລາວກັບຄົນຕ່າງປະເທດຈໍານວນ 34 ຄູ່, ຈົດທະບຽນການຢ່າຮ້າງລະຫວ່າງພົນລະເມືອງລາວກັບພົນລະເມືອງລາວຈໍານວນ 300 ກວ່າຄູ່, ຈົດທະບຽນການຢ່າຮ້າງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດຈໍານວນ 4 ຄູ່, ຈົດທະບຽນການປ່ຽນຊື່ຈໍານວນ 270 ກວ່າຄົນ ຍິງ 100 ກວ່າຄົນ, ຈົດທະບຽນປ່ຽນນາມສະກຸນຈໍານວນ 260 ກວ່າຄົນ ຍິງ 130 ກວ່າຄົນ, ຈົດທະບຽນການເສຍຊີວິດ 5 ປີ ລົງມາຈໍານວນ 15 ຄົນ ຍິງ  6 ຄົນ, ຈົດທະບຽນການເສຍຊີວິດ 5 ປີ ຂຶ້ນໄປຈໍານວນ 950 ກວ່າຄົນ ຍິງ 360 ກວ່າຄົນ, ຈົດທະບຽນການຍົກຍ້າຍເຂົ້າມາຂອງພົນລະເມືອງລະຫວ່າງບ້ານຕໍ່ບ້ານຈໍານວນ 540 ກວ່າຄົນ ຍິງ 110 ກວ່າຄົນ, ເມືອງຕໍ່ເມືອງ 440 ກວ່າຄົນ ຍິງ 130 ກວ່າຄົນ, ແຂວງຕໍ່ແຂວງ 200 ຄົນ ຍິງ 60 ກວ່າຄົນ, ການຍົກຍ້າຍອອກໄປຂອງພົນລະເມືອງລະຫວ່າງບ້ານຕໍ່ບ້ານຈໍານວນ 140 ຄົນ ຍິງ 80 ກວ່າຄົນ, ເມືອງຕໍ່ເມືອງ 120 ກວ່າຄົນ ຍິງ 30 ກວ່າຄົນ, ແຂວງຕໍ່ແຂວງ 90 ກວ່າຄົນ ຍິງ 30 ກວ່າຄົນ. ຈາກນັ້ນ ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈິ້ມພ້ອມດ້ວຍຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສົນທະນາປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງພົນລະເມືອງໃນໄລຍະຜ່ານມາ ໃຫ້ເຫັນໄດ້ດ້ານດີຕ້ອງເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຕ້ອງເອົາໃຈໃສ່ແກ້ໄຂປັບປຸງໃຫ້ດີຂຶ້ນເພື່ອໃຫ້ເປັນເອກະພາບກັນທັງຂັ້ນແຂວງ ແລະ ຂັ້ນເມືອງ ແລະ ກ້າວໄປເຖິງການຈັດຕັ້ງປະຕິບັດພາລະໜ້າທີ່ປົກປ້ອງຄຸ້ມຄອງສິດທິ ແລະ ຜົນປະໂຫຍດອັນຊອບທໍາໃນການບໍລິການແກ່ປະຊາຊົນໃຫ້ດີຂຶ້ນໄປ.

ຂ່າວ+ພາບ: ບຸນທີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa